spot_img
Homeຂ່າວພາຍ​ໃນກອງທຶນອາຊຽນເຫັນດີເອົາງົບປະ ມານ 10,5 ລ້ານໂດລາຈັດຊື້ວັກຊີນໂຄວິດ-19 ໃຫ້ປະຊາຊົນອາຊຽນ

ກອງທຶນອາຊຽນເຫັນດີເອົາງົບປະ ມານ 10,5 ລ້ານໂດລາຈັດຊື້ວັກຊີນໂຄວິດ-19 ໃຫ້ປະຊາຊົນອາຊຽນ

Published on

ນຕອນເຊົ້າຂອງວັນທີ 18 ກຸມພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ແບບທາງໄກ (6th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ບຣູໄນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ; ບັນດາເຈົ້າໜ້າທີ່ອາວຸໂສອາຊຽນເສົາຄໍ້າອື່ນທີ່ກ່ຽວຂ້ອງ (ວັດທະນະທໍາ-ສັງຄົມ, ເສດຖະກິດ, ສາທາລະນະສຸກ ແລະ ຂົນສົ່ງ); ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ; ບັນດາຫົວໜ້າກົມຮັບຜິດຊອບວຽກເຂົ້າ-ອອກເມືອງ ແລະ ກົງສູນ; ອົງການທ່ອງທ່ຽວແຫ່ງຊາດອາຊຽນ; ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ ກອງປະຊຸມຄັ້ງນີ້ ໄດ້ເຫັນດີເອົາງົບປະມານ ຈໍານວນ 10,5 ລ້ານ ໂດລາສະຫະລັດ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດ ໂຄວິດ-19 ເພື່ອຈັດຊື້ວັກແຊງຕ້ານພະຍາດ ໂຄວິດ-19 ໃຫ້ປະຊາຊົນອາຊຽນ (ໃນນີ້, 10 ລ້ານໂດລາສະຫະລັດ ແບ່ງປັນແຕ່ລະປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ເທົ່າທຽມກັນ ປະເທດລະ 1 ລ້ານ ໂດລາ ແລະ 5 ແສນ ໂດລາສະຫະລັດ ສໍາລັບພະນັກງານກອງເລຂາອາຊຽນ ທີ່ປະຈໍາຢູ່ນະຄອນ ຈາກາຕາ), ເຫັນດີຮັບຮອງເອົາການສ້າງຕັ້ງໜ່ວຍງານ ປະຈໍາກອງເລຂາອາຊຽນ ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ ເຫັນດີສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອຮ່າງຂອບຂໍ້ຕົກລົງໃນການສ້າງແລວການເດີນທາງໃນອາຊຽນ ພ້ອມທັງໃຫ້ສືບຕໍ່ປຶກສາຫາລືຮ່າງພາລະບົດບາດຂອງໜ່ວຍງານດັ່ງກ່າວ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ໃຫ້ສໍາເລັດໂດຍໄວ ແລະ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຄັດເລືອກປະເທດເຈົ້າພາບ (host country) ຂອງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ, ຊຶ່ງໄດ້ມອບໃຫ້ບັນດາເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ສືບຕໍ່ປຶກສາຫາລືກັນ ໃນການຄັດເລືອກດັ່ງກ່າວ ແລະ ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 (29th ASEAN Coordinating Council Meeting) ໃນເດືອນສິງຫາ 2021 ເພື່ອມີທິດຊີ້ນໍາຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...