spot_img
Homeຂ່າວຕ່າງປະເທດເດັກນ້ອຍອາຍຸ 6 ອາທິດເສຍຊີວິດໃນພິທີຈຸ່ມນໍ້າລ້າງບາບ

ເດັກນ້ອຍອາຍຸ 6 ອາທິດເສຍຊີວິດໃນພິທີຈຸ່ມນໍ້າລ້າງບາບ

Published on

ສາດສະໜາຄຣິສຕຽນໃນປະເທດໂຣມາເນຍກຳລັງປະເຊີນກັບຄວາມກົດດັນໃຫ້ປັບປ່ຽນພິທີກຳລ້າງບາບ ຫຼື ສິນຈຸ່ມ ເຊິ່ງເປັນພິທີທາງສາດສະໜາທີ່ເຮັດເພື່ອຊຳລະລ້າງບາບກ່ອນເຂົ້າເປັນຄຣິສຕຽນ ຫຼັງເກີດເຫດການເດັກນ້ອຍໄວອາຍຸ 6 ອາທິດ ເສຍຊີວິດຈາກການເຮັດພິທີດັ່ງກ່າວ.

ໃນວັນທີ 1 ກຸມພາທີ່ຜ່ານມາ, ເດັກນ້ອຍຄົນນີ້ເກີດພາວະຫົວໃຈຢຸດເຕັ້ນກະທັນຫັນໃນຂະນະທີ່ກຳລັງຈຸ່ມຮ່າງກາຍລົງໃນນໍ້າສັກສິດ ຈາກນັ້ນຈຶ່ງນຳຕົວສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ ເຊິ່ງແພດສັນນະສູດຜົນປະກົດວ່າ ພົບຂອງເຫຼວຢູ່ໃນປອດຂອງເດັກຄົນນີ້.

ຫຼັງຈາກອົງການໄອຍະການໄດ້ດຳເນີນການສອບສວນນັກບວດໃນເມືອງຊູຊາວາ ເຊິ່ງເປັນຜູ້ເຮັດພິທີດັ່ງກ່າວ ທ່າມາງປະຊາຊົນໃນໂຊຊຽວທີ່ລວມລາຍຊື່ຫຼາຍກວ່າ 56,000 ລາຍຊື່ ເພື່ອຮຽກຮ້ອງໃຫ້ມີການປັບປ່ຽນພິທີກຳ.

ອີງຕາມຄຳຮ້ອງຂໍລະບຸວ່າ “ ການເສຍຊີວິດຂອງເດັກເກີດໃໝ່ ຈາກພິທີກຳນີ້ແມ່ນຄວາມໂສກເສົ້າອັນໃຫຍ່ຫຼວງ ຄວາມສ່ຽງນີ້ຕ້ອງຖືກລົບລ້າງ.” ສື່ມວນຊົນທ້ອງຖິ່ນກ່າວວ່າໃນຊ່ວງຫຼາຍປີທີ່ຜ່ານມາໄດ້ເກີດກໍລະນີແບບນີ້ຫຼາຍຄັ້ງ.

ທ່ານ Vasile Banesco ໂຄສົກຂອງໂບດໃນປະເທດໂຣມາເນຍກ່າວວ່າ ນັກບວດຜູ້ເຮັດພິທີສາມາດເຍັ້ນນໍ້າພຽງເລັກໜ້ອຍລົງໜ້າຜາກຂອງເດັກນ້ອຍແທນການຈຸ່ມເດັກນ້ອຍລົງນໍ້າ ໃນຂະນະທີ່ພຣະອັດຄະຣະສັງຂະຣາຊເທໂອໂດຊີຝ່າຍອະນຸລັກນິຍົມຢືນຢັນວ່າຈະບໍ່ມີການປັບປ່ຽນໃດໆຕໍ່ພິທີກຳດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...