spot_img
Homeຂ່າວພາຍ​ໃນເປີດແລ້ວ ສູນພາສາຈີນ ທີ່ເນັ້ນຄຸນນະພາບການຮຽນ ຂອງນັກຮຽນເປັນຫລັກ ມີທຶນການສຶກສາຮັບຮອງ ສໍາລັບນັກຮຽນເກັ່ງ ທີ່ຕ້ອງການໄປຮຽນຕໍ່ທີ່ປະເທດຈີນ

ເປີດແລ້ວ ສູນພາສາຈີນ ທີ່ເນັ້ນຄຸນນະພາບການຮຽນ ຂອງນັກຮຽນເປັນຫລັກ ມີທຶນການສຶກສາຮັບຮອງ ສໍາລັບນັກຮຽນເກັ່ງ ທີ່ຕ້ອງການໄປຮຽນຕໍ່ທີ່ປະເທດຈີນ

Published on

ເປີດແລ້ວ ສູນການສຶກສາ ມູ້ຫລານ !!! ສູນການສຶກສາມູ້ຫລານ ຖືເອົາວຽກງານ ການສຶກສາ ເປັນບູລິມະສິດ ແລະ ນຳໜ້າໃນການພະຍາຍາມສ້າງເດັກນ້ອຍ, ເຍົາວະຊົນ ແລະ ຊາວໝຸ່ມລາວ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານພາສາ, ໂດຍສະເພາະແມ່ນ ພາສາຈີນ, ໃຫ້ຫຼາຍຂຶ້ນ, ສ້າງໃຫ້ເຂົາເຈົ້າມີຄຸນສົມບັດ, ສິນທໍາປະຕິວັດ ແລະ ເສີມທັກສະຄວາມຮູ້ໃນດ້ານເຕັກນິກການຕັດຕໍ່ສ້າງວີດີໂອ ແລະ ຂຽນບົດຄວາມສັ້ນຕ່າງໆ ທີ່ເປັນພາສາຈີນ, ພ້ອມນີ້ກໍ່ສ້າງໃຫ້ມີການຈັດກິດຈະກຳນອກສະຖານທີ່ອີກຫຼາກຫຼາຍ.

ວັນທີ 6 ກຸມພາ 2021, ໄດ້ມີການເປີດ ສູນການສຶກສາ ມູ້ຫລານ ຢ່າງເປັນທາງການ ໂດຍມີທ່ານ ປອ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື່, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວຫນ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ແລະ ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ພະນັກງານ ຈາກທັງພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ປາວີນາ ອິນສີຊຽງໃໝ່ ຕາງໜ້າ ສູນການສຶກສາມູ້ຫຼານ ໄດ້ລາຍງານໂດຍຫຍໍ້ ສະພາບລວມ ແລະ ກິດຈະກຳການຮຽນ-ການສອນ ຂອງສູນມູ້ຫຼານ ໂດຍສູນການສຶກສາມູ້ຫຼານ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 1 ມິຖຸນາ 2019 ແລະ ໄດ້ທົດລອງເປີດ ການຮຽນການສອນ ໃນວັນທ 5 ມິຖຸນາ 2019 ມາເຖິງປັດຈຸບັນ ເປັນເວລາ 1 ປີ ກັບ 6 ເດືອນ. ປະຈຸບັນ, ພວກເຮົາ ມີຫ້ອງຮຽນ ທັງໝົດ 8 ຫ້ອງ, 6 ຊັ້ນຮຽນ. ສົກຮຽນ 2019 ທີ່ຜ່ານ ມີນັກຮຽນໄດ້ທັງໝົດ 306 ເທື່ອຄົນ, ໃນນັ້ນ ເປັນຍິງ 06 ຄົນ ແລະ ໃນປີ 2020 ມີນັກຮຽນທັງໝົດ 705 ເທື່ອຄົນ. ມີຫ້ອງຮຽນສຳລັບ ເດັກ ອາຍຸ 4 – 8 ປີ ຈໍານວນ 4 ຫ້ອງ, ຫ້ອງຮຽນແຕ່ລະດັບ HSK1 ຈົນເຖິງ HSK 5, ນອກນັ້ນ, ຍັງມີຫ້ອງຮຽນພາສາຈີນ ສຳລັບພະນັກງານຈໍານວນ 1 ຫ້ອງ ມີນັກຮຽນທັງໝົດ 16 ທ່ານ ຊຶ່ງເປັນພະນັກງານ ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ທາງສູນ ມີຈໍານວນພະນັກງານທັງໝົດ 18 ທ່ານ, ເປັນຄູສອນ 14 ທ່ານ, ພະນັກງານບໍລິຫານ 4 ທ່ານ. ມີຫ້ອງຮັບຕ້ອນຜູ້ປົກຄອງ ແລະ ນັກຮຽນ, ຫ້ອງອ່ານ ແລະ ຫ້ອງພັກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆແກ່ຄູອາຈານໄດ້ກະກຽມບົດສອນຕື່ມອີກ.

ສູນການສຶກສາມູ້ຫລານ ມີວິໄສທັດ ສ້າງໃຫ້ເປັນສະຖານທີ່ສົ່ງເສີມ ແລະ ໃຫ້ຄວາມຮູ້ແກ່ເຍົາວະຊົນ ທາງດ້ານພາສາ, ທັກສະ ແລະ ເຕັກນິກໃນການ ພັດທະນາຕົນເອງ, ສົ່ງເສີມຄວາມກ້າສະແດງອອກ ກ້າຄິດ, ກ້າເຮັດ ແລະ ກ້າຕັດສິນໃຈ, ໃຊ້ເວລາຫວ່າງຂອງຕົນໃຫ້ເປັນປະໂຫຍດ ແລະ ໃຫ້ຫ່າງໄກຈາກສິ່ງເສບຕິດ. ພາຍໃຕ້ຄຳຂວັນ “ຮຽນຮູ້ ວັດທະນະທຳ ພາສາ ນຳພາ ພັດທະນາຕົນເອງ”.

ເປົ້າໝາຍຂອງສູນກາງສຶກສາ ມູ້ຫລານ ແມ່ນເພື່ອ

  1. ສອນພາສາຈີນໃຫ້ແກ່ເດັກນ້ອຍ, ເຍົາວະຊົນ ແລະ ຊາວໝຸ່ມໃຫ້ຮູ້ຈັກພາສາຈີນ ແລະ ວັດທະນະທຳຂອງຈີນຫຼາຍຂຶ້ນ;
  2. ຝຶກອົບຮົມທາງດ້ານທັກສະ ແລະ ເຕັກນິກຕ່າງໆ ໃຫ້ນັກຮຽນມີຄວາມຄ່ອງແຄ້ວ ແລະ ກ້າຄິດ, ກ້າເຮັດ ແລະ ກ້າສະແດງອອກ ໃຫ້ເປັນຜູ້ນຳຫຼາຍຂຶ້ນ ເປັນຕົ້ນ ທັກສະນະການຕັດຕໍ່ວີດີໂອ ແລະ ຂຽນບົດຄວາມເປັນພາສາຈີນ;
  3. ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍ ເພື່ອໃຫ້ນັກຮຽນມີຄວາມລື້ງເຄີຍການສື່ສານກັນດ້ວຍພາສາຈີນ ເຂົ້າໃນການດໍາລົງຊີວິດ ຢູ່ຮ່ວມກັນ ບົນພື້ນຖານ ມີຄວາມເຂົ້າອົກເຂົ້າໃຈ ແລະ ເຫັນໃຈຊຶ່ງກັນ ແລະ ກັນ, ສາມັກຄີຮັກແພງ ແລະ ສ້າງສາຍສຳພັນ ແລະ ມິດຕະພາບ ໂດຍມີ ວັດທະນະທຳ ພາສາ ເປັນສິ່ງຂັບເຄື່ອນ.

ນອກຈາກ ການຖ່າຍທອດຄວາມຮູ້ທາງດ້ານພາສາຈີນ, ຝຶກອົບຮົມທາງດ້ານທັກສະ ແລະ ເຕັກນິກຕ່າງໆ ແລ້ວ, ສຶກສາມູ້ຫຼານ ກໍ່ໄດ້ນໍາພາ ນັກຮຽນ ສ້າງກິດຈະກໍາເສີມຕ່າງໆນອກບົດຮຽນ ເພື່ອພັດທະນາ ແລະ ເສີມທັກສະໃຫ້ແກ່ນັກຮຽນ ຜ່ານການຈັດກິດຈະກໍາຕ່າງໆທັງໃນສະຖານທີ່ ແລະ ນອກສະຖານທີ່ ເຊັ່ນ:ນຳພານັກຮຽນໄປທັດສະນະສຶກສາ ທີ່ມະຫາວິທະຍາໄລ ສ້າງຄູ ຫາງໂຈ, ສປ ຈີນ, ນຳພານັກຮຽນທັດສະນະສຶກສາ ພາຍໃຕ້ຫົວຂໍ້: ”ການຮຽນຮູ້ວິຖີຊີວິດຂອງຊາວນາ” ເຊິ່ງເປັນກິດຈະກຳ ຮຽນຮູ້ ວິຖີການດຳລົງຊີວິດ ຂອງຊາວກະສິກອນ, ກິດຈະກໍາສົ່ງເສີມ ຄວາມຮູ້ດ້ານເຕັກໂນໂລຊີ, ກິດຈະກຳສົ່ງເສີມຄວາມກ້າສະແດງອອກ ໂດຍໄດ້ມີການຈັດການແຂ່ງຂັນ ສ້າງ ແລະ ຕັດຕໍ່ວິດີໂອ, ການຂຽນບົດຂໍ້ຄວາມສັ້ນ ເປັນຕົ້ນ.

ນອກຈາກການສົ່ງຄວາມຮູ້ໃຫ້ເດັກນ້ອຍ, ເຍົາວະຊົນ ແລະ ຊາວໜຸ່ມແລ້ວ ທາງສູນສຶກສາມູ້ຫຼານ ຍັງໄດ້ເປີດຫ້ອງຮຽນພາສາຈີນ ສໍາລັບພະນັກງານ ບໍລິການໃຫ້ແກ່ອົງກອນ ແລະ ບໍລິສັດ ທີ່ຕ້ອງການຍົກລະດັບ ພະນັກງານຂອງຕົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງກອນຂອງທ່ານ. ພິເສດ, ສູນສຶກສາມູ້ຫຼານ ພວກເຮົາຍັງມີແນວຄວາມຄິດທີ່ ຈະເປີດຫ້ອງຮຽນ ພາສາລາວ ສຳລັບ ບັນດາບໍລິສັດຈີນ, ອົງກອນຈີນ ແລະ ນັກສຶກສາຄົນຈີນ ທີ່ມີຄວາມຕ້ອງການຢາກສື່ສານພາສາລາວ ແລະ ຍັງຈະມີຫ້ອງຝືກອົບຮົມທາງດ້ານພາສາອັງກິດຕື່ມອີກ.

ທ່ານ ນາງ ປາວີນາ ອິນສີຊຽງໃໝ່ ກ່າວຕື່ມອີກວ່າ: ການພັດທະນາຄອບຄົວ, ພັດທະນາອົງການຈັດຕັ້ງ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງສີວິໄລນັ້ນ ແມ່ນມີຄວາມຈຳເປັນຢ່າງພາວະວິໄສ ຕ້ອງເລີ່ມຕົ້ນຈາກການພັດທະນາ ຄົນກ່ອນ ຄົນຄືປັດໃຈຕັດສິນວັດຖຸ ດັ່ງຄຳສອນທາງພຸດທະສາສະໜາທີ່ວ່າ “ເມື່ອບໍ່ໄດ້ພັດທະນາທີ່ຈິດໃຈ ຈະພັດທະນາດ້ານໃດໆກໍ່ໄຮ້ຜົນ, ການພັດທະນາ ຕ້ອງເລີ່ມທີ່ໃຈຄົນ ເພື່ອຜົນພັດທະນາທີ່ຖາວອນ”. ສະນັ້ນ, ພວກເຮົາຈຶ່ງບໍ່ເນັ້ນພຽງແຕ່ພັດທະນາຄວາມຮູ້ທົ່ວໄປເທົ່ານັ້ນ ຍັງເນັ້ນການພັດທະນາຈິດໃຈອັນເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດນຳອີກ, ຮັບປະກັນຄວາມສອດຄ່ອງກັບບັນດາ ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

👉 ສົນໃຈສອບຖາມລາຍລະອຽດ ຫຼື ເຂົ້າມາສຶກສາ ຢູ່ສູນການສຶກສາມູຫລານ ໄດ້ທີ່ ບ້ານ ສີສະຫວາດ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ຕຶກ ເຄຊີ ຫລັງ ມສ ວຽງຈັນ.

FB page: Mulan Education Center ສູນການສຶກສາ ມູ້ຫລານ

ເບີໂທຕິດຕໍ່: 030 2899886, 020 55898565

ບົດຄວາມຫຼ້າສຸດ

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/03/2025 ຫາ ເວລາ 07 ໂມງ ຂອງວັນທີ 29/03/2025

ກົມອຸຕຸແຈ້ງເຕືອນສະພາບອາກາດ 28/3/25 ພາກເໜືອຈະມີອາກາດຮ້ອນ-ຮ້ອນເອົ້າ ສ່ວນພາກກາງມີເນື້ອທີ່ຝົນປົກຫຸ້ມ 50%. ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ລະພາກ...

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ. ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ - ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ...

ພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

ຮ້ອນຈັດອາກາດຕອນສວາຍ ພາກເໜືອມີອຸນຫະພູມສູງສຸດ 40 ອົງສາ ສ່ວນພາກໃຕ້ມີເນື້ອທີ່ຝົນປົກຫຸ້ມ 50% ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງສືບຕໍ່ຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ...

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ...