spot_img
Homeຂ່າວພາຍ​ໃນວັກຊີນໂຄວິດ-19 ຈາກ ສປ ຈີນ 300.000 ໂດສ ມາຮອດ ສປປ ລາວ

ວັກຊີນໂຄວິດ-19 ຈາກ ສປ ຈີນ 300.000 ໂດສ ມາຮອດ ສປປ ລາວ

Published on

ວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະ ບານ ສປ ຈີນ ເຊິ່ງເປັນຮອບທີສອງ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນແລ້ວ ໃນເວລາ 00:53 ໂມງ ຂອງວັນທີ 8 ກຸມພາ 2021 ດ້ວຍຖ້ຽວບິນພິເສດ.

ໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍຈະມີພິທີມອບຮັບຢ່າງເປັນທາງການ ໃນຕອນເຊົ້າມື້ນີ້.

ໃນທ້າຍປີ 2020 ລາວໄດ້ຮັບວັກຊີນໂຄວິດ-19 ຮອບທີ 1 ຈາກລັດຖະບານ ສປ ຈີນ ຈຳນວນ 2.000 ໂດສ ເພື່ອນໍາໃຊ້ສັກໃນກໍລະນີສຸກເສີນ ແລະ ໄດ້ສັກໃຫ້ອາສາສະໝັກ, ພະນັກງານແພດໝໍຈຳນວນນື່ງ ທີ່ປະຕິບັດງານປ້ອມດ່ານໜ້າທີ່ພົວພັນກັບຄົນເຈັບເປັນພະຍາດ ແລະ ເຫັນວ່າໄດ້ຮັບຜົນດີ, ຍັງບໍ່ພົບມີຜູ້ໄດ້ຮັບຜົນຂ້າງຄຽງຈາກວັກຊີນດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...