spot_img
Homeຂ່າວຕ່າງປະເທດຈີນຈັບກຸມ 80 ຄົນ ພ້ອມຢຶດຂອງກາງເປັນວັກຊີນໂຄວິດ-19 ປອມ ຈໍານວນ 3.000 ໂດສ

ຈີນຈັບກຸມ 80 ຄົນ ພ້ອມຢຶດຂອງກາງເປັນວັກຊີນໂຄວິດ-19 ປອມ ຈໍານວນ 3.000 ໂດສ

Published on

ສຳນັກຂ່າວຊິນຫົວ ລາຍງານເມື່ອວັນທີ 1 ກຸມພາ 2021 ທີ່ຜ່ານມາ ເມື່ອບໍ່ດົນມານີ້, ກົມຕຳຫຼວດໃນເມືອງຈຽງຊູ ປັກກິ່ງ ແລະ ຊານຕົງ ດຳເນີນການຈັບກຸມຕົວຜູ້ຕ້ອງສົງໃສ 80 ຄົນ ທີ່ມີຄວາມກ່ຽວຂ້ອງກັບການຜະລິດວັກຊີນໂຄວິດ-19 ປອມ ພ້ອມຢຶດຂອງກາງເປັນວັກຊີນປອມຫຼາຍກວ່າ 300 ໂດສ.

ຕຳຫຼວດພົບວ່ານັບຕັ້ງແຕ່ເດືອນກັນຍາ 2020 ກຸ່ມຄົນທີ່ກ່ຽວຂ້ອງໄດ້ທຳເງິນຈາກການຂາຍວັກຊີນປອມຢ່າງມະຫາສານ ດ້ວຍການຕື່ມນໍ້າເກືອເຈົ້າໄປໃນຫົວສີດໃນຂະບວນການຜະລິດວັກຊີນປອມ ແລະ ຂາຍມັນໃນລາຄາແພງ.

ປະຕິບັດການກວດລ້າງຂະບວນການຜະລິດວັກຊີນໂຄວິດ-19 ປອມເປັນຄວາມພະຍາຍາມຂອງກະຊວງຄວາມໝັ້ນຄົງສາທາລະນະທີ່ກ່ອນໜ້ານີ້ໄດ້ປະກາດວ່າ ຈະກວດລ້າງພວກທີ່ມັກສວາຍໂອກາດຫາກຳໄລມະຫາສານໃນຍາມທີ່ປະເທດຕ້ອງການວັກຊີນທີ່ສຸດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...