Homeຂ່າວຕ່າງປະເທດຫວຽດນາມເລັ່ງຄວບຄຸມການລະບາດໂຄວິດຮອບໃໝ່! ປິດໂຮງຮຽນໄວຂຶ້ນ-ເພີ່ມວັນກັກຕົວກ່ມສ່ຽງ

ຫວຽດນາມເລັ່ງຄວບຄຸມການລະບາດໂຄວິດຮອບໃໝ່! ປິດໂຮງຮຽນໄວຂຶ້ນ-ເພີ່ມວັນກັກຕົວກ່ມສ່ຽງ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມໃນວັນທີ 31 ມັງກອນ ທີ່ຜ່ານມາກະຊວງສາທາລະນະສຸກຫວຽດນາມ ໄດ້ເປີດເຜີຍບົດລາຍງານໃນວັນອາທິດ. ຢືນຢັນການພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມອີກ 3 ກໍລະນີ, ແບ່ງເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 19 ຄົນ ແລະ ຕິດເຊື້ອພາຍໃນປະເທດ 17 ຄົນ, ເພີ່ມຂື້ນເປັນສະຖິຕິສະຖິຕິຂອງຜູ້ເສຍຊີວິດຢ່າງໜ້ອຍ 1,817 ຄົນ, ຢ່າງໜ້ອຍມີ 1,457 ຄົນໄດ້ຮັບການຟື້ນຟູ ແລະ ສະສົມການເສຍຊີວິດຢ່າງໜ້ອຍ 35 ຄົນ.

ສະຖານະການຂອງການລະບາດຂອງໂຄວິດ-19 ຢູ່ຫວຽດນາມກັບມາຢູ່ໃນລະດັບໜ້າວິຕົກກັງວົນອີກຄັ້ງ ນັບຕັ້ງແຕ່ວັນພະຫັດທີ່ຜ່ານມາ ໂດຍສູນກາງຂອງການແຜ່ລະບາດຄັ້ງນີ້ ທີ່ແຂວງຫາຍເຊື່ອງບໍລິເວນດອນສາມຫຼ່ຽມປາກແມ່ນໍ້າແດງ ທາງຕອນເໜືອຂອງປະເທດ ແລະ ຈົນເຖິງຕອນແລງຂອງວັນອາທິດຕາມເວລາທ້ອງຖິ່່ນ ຢ່າງໜ້ອຍມີຜູ້ຕິດເຊື້ອ 238 ຄົນຕິດພັນກັບແຂວງ ຫາຍເຊື່ອງ ໄດ້ພົບເຫັນຢູ່ໃນຢ່າງໜ້ອຍ 9 ແຂວງ ແລະ ເຂດປົກຄອງພິເສດ ລວມທັງນະຄອນຫຼວງຮ່າໂນ້ຍແລະ ນະຄອນໂຮ່ຈີມິນ.

ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍໄດ້ເລື່ອນເວລາປິດລົງ ໃນໄລຍະບຸນກຸດຫວຽດ “Tet” ຈາກທຳອິດໃນລະຫວ່າງວັນທີ 8-16 ກຸມພາ ເຖິງລະຫວ່າງວັນທີ 1-16 ກຸມພາ 2021.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ອອກຄຳສັ່ງ ເພີ່ມວັນກັກຕົວສຳລັບກຸ່ມຜູ້ສ່ຽງສູງຈາກ 14ວັນ ເປັນ 21ວັນ ໃນແຂວງຫາຍເຊື່ອງ ແລະ ແຂວງກວງນິນ ເຊິ່ງພົບຜູ້ປ່ວຍໂຄວິດ-19 ຫຼາຍເປັນອັນດັບ 2 ຂອງພື້ນທີ່ທີ່ມີການລະບາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...