spot_img
Homeຂ່າວທ້ອງຖິ່ນອີກ2-3ປີຕໍ່ໜ້າຈະເລີ່ມມີການກວດ ກາຄວາມປອດໄພຕ່າງໆຂອງເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ

ອີກ2-3ປີຕໍ່ໜ້າຈະເລີ່ມມີການກວດ ກາຄວາມປອດໄພຕ່າງໆຂອງເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ

Published on

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ລັດມີແຜນຈະກວດກາເລື່ອງຄວາມປອດໄພຂອງເຂື່ອນໄຟຟ້າຕ່າງໆໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ພົບວ່າໃນໄລຍະທີ່ຜ່ານມາໄດ້ມີເຂື່ອນໄຟຟ້າຈໍານວນໜຶ່ງໄດ້ແຕກເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈໍານວນຫຼາຍ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານບົວເທບ ມາໄລຄໍາ, ຫົວໜ້າ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານແລະ ບໍ່ແຮ່ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ໃນອີກສອງສາມປີຕໍ່ໜ້າ ຈະເລີ່ມມີການກວດກາຄວາມປອດໄພຕ່າງໆຂອງເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ເຊິ່ງມີ 78 ແຫ່ງ ໃນປັດຈຸບັນ ໂດຍມີກຳລັງຕິດຕັ້ງທັງໝົດ 9.972MW.

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ຕື່ມອີກວ່າ: ເຂື່ອນທີ່ມີຢູ່ແລ້ວທີ່ກຳລັງຈະຖືກກວດກາ ແລະ ມີຫຼາຍແຫ່ງທີ່ກຳລັງກໍ່ສ້າງພາຍໃຕ້ການຊີ້ນຳຂອງຊ່ຽວຊານສາກົນ, ເຊິ່ງໄດ້ເຮັດໃຫ້ປະເທດລາວມີສະມາຊິກໃນຄະນະກຳມາທິການສາກົນກ່ຽວກັບເຂື່ອນໄຟຟ້າ ຂະໜາດໃຫຍ່.  ສປປ ລາວມີເປົ້າໝາຍໃນການສ້າງເຂື່ອນໄຟຟ້າໃຫ້ໄດ້ 100 ແຫ່ງ ຮອດປີ 2030.

ການສົ່ງອອກກະແສໄຟຟ້າແມ່ນລາຍໄດ້ຕົ້ນຕໍຂອງປະເທດລາວ ໂດຍສົ່ງອອກໄປໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...