spot_img
Homeຂ່າວຕ່າງປະເທດ"ທັກສິນ" ຖືກຕັດສິນຈຳຄຸກ 5 ປີ ໃນຄະດີຮຸ້ນຊິນຄອບເປີເຣຊັນ

“ທັກສິນ” ຖືກຕັດສິນຈຳຄຸກ 5 ປີ ໃນຄະດີຮຸ້ນຊິນຄອບເປີເຣຊັນ

Published on

ສຳນັກຂ່າວ Thai PBS ລາຍງານ ວັນທີ​ 14​ ມັງກອນ​ 2021​ ນີ້​ເວັບໄຊ​ຣາຊະກິດຈານຸເບກຂາ​ ແຫ່ງຣາຊະອານາຈັກໄທ ໄດ້ເຜີຍແຜ່ຄຳພິພາກສາ​ສານດີກາພິແນກຄະດີອາຍາຂອງຜູ້ດຳລົງຕຳແໜ່ງ​ທາງການເມືອງລະຫວ່າງໄອຍະການສູງສຸດ(ໂຈດ)​ ແລະ​ ທ່ານທັກສິນ ຊີນນະວັດ​ ເລື່ອງຄວາມຜິດຕໍ່ໜ້າທີ່ຕຳແໜ່ງ​ທາງຣາຊະການ​ ການຂັດກັນລະຫວ່າງປະໂຫຍດສ່ວນບຸກຄົນ​ ແລະ​ປະໂຫຍດສ່ວນລວມ​ ຫຼື​ ຄະດີຮຸ້ນຊິນຄອບເປີເຣຊັນ ທີ່ເກີດຂຶ້ນໃນຂະນະທີ່ດຳລົງຕຳແໜ່ງນາຍົກ ທີ່ເອີ້ນວ່າກະທຳການຝ່າຝືນກົດໝາຍ.

ພະແນກຄະດີອາຍາຂອງສານສູງສຸດໄດ້ຕັດສິນຈຳຄຸກທ່ານ ທັກສິນ ຊິນນະວັດ ເປັນເວລາ 5 ປີ ໃນການ ນຳໃຊ້ຕຳແໜ່ງເອື້ອອຳນວຍຜົນປະໂຫຍດໃຫ້ແກ່ບໍລິສັດ ແອດວານອິນໂຟ ເຊີວິສ (ADVANC) ແລະ ບໍລິສັດ ດີຈີຕອນໂຟນ ຈຳກັດ ໃນເຄືອ SHIN ເຮັດໃຫ້ເກີດຄວາມເສຍຫາຍ 6.6 ໝື່ນລ້ານບາດ ເມື່ອລວມຄະດີເກົ່າທ່ານ ທັກສິນ ມີໂທດຈຳຄຸກເປັນເວລາ 10 ປີ.

ພາຍຫຼັງ​ພິຈາລະນາ​ ໄດ້ມີການລົງມະຕິ​ໃຫ້ລົງໂທດຖານ​ເປັນເຈົ້າໜ້າທີ່ລັດ​ ມີການຖືຮຸ້ນ​ໃນບໍລິສັດທີ່ສຳປະທານ​ ຫຼື​ ເປັນຄູ່ຮ່ວມສັນຍາ​ມີໂທດຕິດຄຸກ 2​ປີ​ ແລະ​ຖານເປັນພະນັກງານ​ ມີໜ້າທີ່ຈັດການ ຫຼື​ ເບິ່ງແຍງ​ກິດຈະການ​ໂດຍມີສ່ວນໄດ້ເສຍຜົນປະໂຫຍດ​ສຳລັບຕົນເອງ ແລະ​ ຜູ້ອື່ນ​ໂທດຕິດຄຸກ 3​ປີ​ ລວມເປັນ​ 5​ ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...