spot_img
Homeຂ່າວຕ່າງປະເທດ"ນໍເວ"ພົບຜູ້ເສຍຊີວິດ 29 ຄົນຫຼັງສັກຢາວັກຊີນປ້ອງກັນໂຄວິດ-19

“ນໍເວ”ພົບຜູ້ເສຍຊີວິດ 29 ຄົນຫຼັງສັກຢາວັກຊີນປ້ອງກັນໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 17 ມັງກອນ 2021 ລັດຖະບານປະເທດນໍເວເລີ່ມສະແດງຄວາມກັງວົນກ່ຽວກັບຄວາມປອດໄພຂອງວັກຊີນປ້ອງກັນໄວຣັສໂຄວິດ-19 ທີ່ພັດທະນາໂດຍບໍລິສັດ ໄຟເຊີ ແລະ ໄບໂອເອັນເທດ ຫຼາຍຂ້ນເລື່ອຍໆ ຫຼັງຈາກມີຜູ້ສູງອາຍຸທີ່ມີບັນຫາສຸຂະພາບເສຍຊີວິດຫຼັງໄດ້ຮັບວັກຊີນປ້ອງກັນໂຄວິດ-19ຕົວນີ້ເພີ່ມເປັນ 29 ຄົນແລ້ວ.

ການເສຍຊີວິດຫຼັງສັກວັກຊີນໂຄວິດ-19 ໃນນໍເວ ເຮັດໃຫ້ສະຖາບັນສາທາລະນະສຖກໃນນໍເວເຕືອນວ່າ ສຳລັບຜູ້ທີ່ມີສຸຂະພາບອ່ອນແອ ເມື່ອໄດ້ຮັບຜົນຂ້າງຄຽງຈາກວັກຊີນພຽງເລັກນ້ອຍອາດເປັນບັນຫາໃຫຍ່ໄດ້.

ທ່ານ ນາງ ເອເມີ ຄຸດ ຫົວໜ້າສຳນັກງານການແພດເອີຣົບກ່າວວ່າ ສິ່ງທີ່ເກີດຂື້ນໃນປະເທດນໍເວບໍ່ໄດ້ ໝາຍຄວາມວ່າມີບັນຫາ ຊາວໜຸ່ມຜູ້ທີ່ມີສຸຂະພາບແຂງແຮງ ຄວນຫຼີກລ່ຽງການສັກຢາປ້ອງກັນພະຍາດໂຄວິດ-19 . ແຕ່ມັນເປັນການສະແດງໃຫ້ເຫັນເຖິງສິ່ງທີ່ຕ້ອງໄດ້ຕິດຕາມເບິ່ງໃນໄລຍະເບື້ອງຕົ້ນ. ຍ້ອນວ່າຫຼາຍປະເທດໄດ້ເລີ່ມຕົ້ນອອກບົດລາຍງານດ້ານຄວາມປອດໄພແລ້ວ.

ດ້ານບໍລິສັດ ໄຟເຊີ ແລະ ໄບໂອເອັນເທດ ກ່າວວ່າ ພວກເຂົາກຳລັງຮ່ວມມືກັບເຈົ້າໜ້າທີ່ກວດສອບຂອງນໍເວ ເພື່ອສືບສວນຫາຄວາມຈິງຂອງການເສຍຊີວິດທີ່ເກີດຂຶ້ນ ໂດຍໄຟເຊີເນັ້ນຢໍ້າວ່າ ຈຳນວນເຫດການທີ່ພົບຈົນຮອດຕອນນີ້ຍັງບໍ່ແມ່ນເລື່ອງທີ່ໜ້າຕົກໃຈ ແລະ ສອດຄ່ອງກັບຈຳນວນທີ່ຄາດການເອົາໄວ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...