Homeຂ່າວຕ່າງປະເທດຫຼາຍກວ່າແສນຄົນຈາກທົ່ວໂລກເລີກໃຊ້ WhatsApp ຫຼັງຖືກບັງຄັບແຊຣ໌ຂໍ້ມູນສ່ວນຕົວໃຫ້ເຟສບຸ໊ກ

ຫຼາຍກວ່າແສນຄົນຈາກທົ່ວໂລກເລີກໃຊ້ WhatsApp ຫຼັງຖືກບັງຄັບແຊຣ໌ຂໍ້ມູນສ່ວນຕົວໃຫ້ເຟສບຸ໊ກ

Published on

ຫຼາຍປະເທດທົ່ວໂລກທີ່ໃຊ້ ວັອດແອັບ ເປັນຫຼັກໄດ້ປ່ຽນມາໃຊ້ແອັບເທເລແກຣມ ແລະ ຊິກນັລ ເກືອບ 2.2 ລ້ານດາວໂຫຼດ ຫຼັງ ວັອດແອັບ ບັງຄັບແຊຣ໌ຂໍ້ມູນສ່ວນຕົວໃຫ້ເຟສບຸ໊ກ.

ວັນທີ 10 ມັງກອນ 2021, ເວັບໄຊທ໌ ເດິຊັນ ໄດ້ນຳສະເໜີຂ່າວວ່າ ມີລາຍງານວ່າ ອາທິດທີ່ຜ່ານມາ ຫຼາຍກວ່າ 100,000ຄົນ ຈາກທົ່ວໂລກ ເຊົາໃຊ້ໂປແກຼມສື່ສານວັອດແອັບ (WhatsApp) ຫຼັງຈາກທີ່ແຈ້ງໃຫ້ຜູ້ໃຊ້ຮູ້ວ່າພວກເຂົາຕ້ອງການແບ່ງປັນຂໍ້ມູນສ່ວນຕົວທີ່ລະອຽດອ່ອນໃຫ້ກັບເຟສບຸ໊ກ ຖ້າບໍ່ດັ່ງນັ້ນບັນຊີຈະຖືກປິດໃຊ້ງານ.

ໃນວັນທີ 6 ມັງກອນ 2021 ທີ່ຜ່ານມາ ວັອດແອັບ ໄດ້ກຳນົດເງື່ອນໄຂໃໝ່ ໂດຍຂໍໃຫ້ຜູ້ໃຊ້ຍິນຍອມທີ່ຈະໃຫ້ເຟສບຸ໊ກ ແລະ ບໍລິສັດໃນເຄື່ອຂ່າຍເກັບກຳຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານ ຖ້າບໍ່ດັ່ງນັ້ນ, ບັນຊີຈະຖືກປິດການນຳໃຊ້.

ໂດຍຂໍ້ມູນສ່ວນຕົວດັ່ງກ່າວ ຍັງລວມເຖິງຂໍ້ມູນໝາຍເລກໂທລະສັບ ບັນທຶກໄລຍະເວລາການໃຊ້ງານຄວາມຖີ່ທີ່ໃຊ້ວັອດແອັບ ຂໍ້ມູນກ່ຽວກັບວິທີ່ທີ່ຜູ້ໃຊ້ງານໂຕ້ຕອບກັບຜູ້ໃຊ້ລາຍອື່ນ ການລະບຸອຸປະກອນ ແລະ ລາຍລະອຽດທີ່ຢູ່ IP ລະບົບປະຕິບັດການ ລາຍລະອຽດເວັບເບຣົາເຊີ ຄວາມສົມບູນຂອງແບັດເຕີລີ ເວີຊັ່ນ ຂອງແອັບເຄືອຂ່າຍໂທລະສັບ ພາສາ ແລະ ເຂດເວລາເປັນຕົ້ນ.

ຈາກເຫດການດັ່ງກ່າວ ເຮັດໃຫ້ບັນດານັກເຄື່ອນໄຫວສັງຄົມມີຄວາມກັງວົນຕໍ່ຄວາມເປັນສ່ວນຕົວ ໄດ້ແນະນຳຜູ້ໃຊ້ປ່ຽນໄປໃຊ້ແອັບ apps ທີ່ມີຄວາມເປັນສ່ວນຕົວສູງ ເຮັດໃຫ້ຜູ້ໃຊ້ງານຫຼາຍລ້ານຄົນເລີກໃຊ້ວັດແອັບ ແລະ ຍົກຍ້າຍການໃຊ້ງານໄປທີ່ແອັບເທເລແກຣມ ແລະ ຊິກນັລ ພາຍໃນໄລຍະເວລາພຽງໜຶ່ງອາທິດທີ່ຜ່ານມາທັງໝົດນີ້ ຄາດວ່າຈະເປັນເພາະຜູ້ໃຊ້ມີຄວາມກັງວົນຕໍ່ຄວາມເປັນສ່ວນຕົວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...