spot_img
Homeຂ່າວຕ່າງປະເທດWHO ຮຽກຮ້ອງໃຫ້ປະເທດທີ່ຮັ່ງມີຢຸດສັ່ງຊື້ວັກຊີນປ້ອງກັນໂຄວິດເກີນຄວາມຈຳເປັນ

WHO ຮຽກຮ້ອງໃຫ້ປະເທດທີ່ຮັ່ງມີຢຸດສັ່ງຊື້ວັກຊີນປ້ອງກັນໂຄວິດເກີນຄວາມຈຳເປັນ

Published on

WHO ຮຽກຮ້ອງໃຫ້ປະເທດຮັ່ງມີຈົ່ງຢຸດເຊົາສັ່ງຊື້ວັກຊີນເພີ່ມເຕີມ ບາງປະເທດສາມາດສັກຢາວັກຊີນໃຫ້ແກ່ປະຊາກອນທັງໝົດ ໃນຂະນະທີ່ບາງປະເທດຍັງບໍ່ໄດ້ເລີ່ມສັກຢາປ້ອງກັນເທື່ອ.

ວັນທີ 10 ມັງກອນປີ 2021, ໜັງສືພິມ The Strait Times ລາຍງານວ່າໃນວັນສຸກທີ່ຜ່ານມາ, ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ປະເທດຮັ່ງມີຈົ່ງຢຸດການສັ່ງຊື້ຢາວັກຊີນ ຈຳນວນທີ່ຫຼາຍກວ່າຄວາມທີ່ຈຳເປັນ ໂດຍການພະຍາຍາມສ້າງຂໍ້ຕົກລົງຂອງປະເທດຕົນເອງກັບຜູ້ຜະລິດວັກຊີນ ເພື່ອຄວບຄຸມການຈັດສັນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ ກຳລັງຜະລິດອອກມາງວດທຳອິດ.

ທ່ານ ດຣ. ເທດຣອສ ອາດານອມ ເກເບຣເຍຊັສ ຜູ້ອຳນວຍການໃຫຍ່ຂອງ WHO ກ່າວວ່າຕັ້ງແຕ່ເລີ່ມຕົ້ນ, ບັນດາປະເທດຮັ່ງມີພະຍາຍາມຍາດຊິງຜະລິດຕະພັນວັກຊີນຂອງຜູ້ຜະລິດຫຼາຍແຫ່ງ ມັນໄດ້ສົ່ງຜົນໃຫ້ລາຄາວັກຊີນໃນປະເທດອື່ນໆສູງຂຶ້ນ ພ້ອມທັງສ້າງຄວາມລຳບາກໃນການຕໍ່ສູ້ກັບການລະບາດຂອງໂຄວິດ-19. ໂດຍທ່ານ ດຣ. ເທດຣອສ ໄດ້ຮຽກຮ້ອງໃຫ້ປະເທດຮັ່ງມີທີ່ສັ່ງວັກຊີນໂຄວິດເກີນຄວນຈຳເປັນຢຸດການກະທຳດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...