spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນຍັງສາມາດຄວບຄຸມອັດຕາວ່າງງານໄດ້

ນະຄອນຫຼວງວຽງຈັນຍັງສາມາດຄວບຄຸມອັດຕາວ່າງງານໄດ້

Published on

ປີ 2020 ຜ່ານມາ ນະຄອນຫຼວງວຽງຈັນ ມີກຳລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານ ຈໍານວນ 345.560 ຄົນ. ໃນນີ້, ມີຜູ້ວ່າງງານ 5.230 ຄົນ ຖືວ່າອັດຕາວ່າງງານແມ່ນຢູ່ໃນເກນທີ່ສາມາດຄວບ ຄຸມໄດ້ບໍ່ເກີນ 2% ຕໍ່ປີ.

ໜັງສືພິມເສດຖະກິດ-ການຄ້າ ທ່ານ ນາງ ລຳມອນ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ I ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຈັດຫາວຽກເຮັດງານທໍາໃຫ້ປະຊາຊົນ ນວ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ( 2016 – 2020 ) ຂອງ ນວ ກໍຄືການບັນລຸແຜນພັດທະນາສີມືແຮງງານ ແລະ ຈັດຫາງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ເພື່ອຄວບຄຸມອັດຕາການວ່າງງານໃນ ນວ ໃຫ້ຢູ່ໃນລະດັບ 2% ຕໍ່ປີ.

ຜົນການເກັບກຳຂໍ້ມູນປີ 2020 ນວ ມີກຳລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານ ຈໍານວນ 345.560 ຄົນ ຍິງ 177.907 ຄົນ. ໃນນີ້, ມີຜູ້ວ່າງງານ ຈຳນວນ 5.230 ຄົນ ຍິງ 2.781 ຄົນ ຖືວ່າການຄວບຄຸມອັດຕາການວ່າງງານໃນ ນວ ແມ່ນຢູ່ໃນເກນທີ່ສາມາດຄວບຄຸມໄດ້ບໍ່ເກີນ 2% ຕໍ່ປີ.

ດ້ານການຈັດຕັ້ງປະຕິບັດການພັດທະນາສີມືແຮງງານ ໄດ້ສ້າງຕັ້ງເຄືອຂ່າຍປະສານງານໃນປີ 2019 ມີທັງໝົດ 33 ພາກສ່ວນໃນຈຳນວນນີ້ມີຕາງໜ້າຈາກບໍລິສັດຈັດຫາງານ, ຫົວໜ່ວຍແຮງງານ, ວິທະຍາ ໄລ, ສະຖາບັນຝຶກວິຊາຊີບ ແລະ ອົງການຈັດຕັ້ງພາກລັດ ເຊິ່ງເຮັດໜ້າທີ່ໃນການສົ່ງຕໍ່ຂໍ້ມູນ-ຂ່າວສານດ້ານການພັດທະນາສີມືແຮງງານ ແລະ ການຈັດຫາງານ ພ້ອມທັງເຮັດໜ້າທີ່ຝຶກອົບຮົມເພື່ອພັດທະ ນາສີມື, ທັກສະຄວາມຮູ້ຂອງແຮງງານກ່ອນເຮັດວຽກ; ປະສານສົມທົບກັບບັນດາສະຖາບັນພັດທະນາສີມືແຮງງານ, ບັນດາໂຮງຮຽນ, ບັນດາສູນຝຶກວິຊາຊີບທັງພາກລັດ ແລະ ພາກເອກະຊົນ ຈັດຕັ້ງປະຕິ ບັດການພັດທະນາສີມືແຮງງານກັບທີ່, ເຄື່ອນທີ່ໃຫ້ຊາວໜຸ່ມທົ່ວໄປ, ຊາວໜຸ່ມຜູ້ດ້ອຍໂອກາດບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນການສຶກສາຕ່າງໆທີ່ຢູ່ຫ່າງໄກສອກຫຼີກ. ທັງນີ້, ຖ້າທຽບໃສ່ແຜນການທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແບ່ງປັນໃຫ້ຕາມແຜນ 2020 ສາມາດປະຕິບັດໄດ້ເທົ່າກັບ 95,86% ( ຂອງແຜນການປີ 6.500 ຄົນ ).

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...