spot_img
Homeຂ່າວພາຍ​ໃນຢູ່ລາວຍັງພົບເຫັນການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງ

ຢູ່ລາວຍັງພົບເຫັນການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ.

ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9/12/2003-9/12/2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ ສະໂມສອນ ອົງການກວດກາລັດຖະບານ, ນະຄອນຫຼວງວຽງຈັນວ່າ: ໃນປີ 2019 ນີ້ ໄດ້ຕິດຕາມ-ກວດກາ ທັງໝົດ 945 ເປົ້າໝາຍ ແລະ ດໍາເນີນການກວດກາລົງເລິກຕໍ່ຜູ້ກະທໍາຜິດທີ່ມີພຶດຕິກໍາສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທໍາຜິດ 196 ຄົນ. ດໍາເນີນການສືບ ສວນ-ສອບສວນ ຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍພົບເຫັນຜູ້ກະທໍາຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ຄົນ, ດໍາເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອຍະການ 62 ຄົນ, ໄອຍະການຖະແຫຼງສານຕັດສິນ 37 ຄົນ, ສານຕັດສິນແລ້ວ 34 ຄົນ ຊຶ່ງຜູ້ກະທໍາຜິດແມ່ນລວມທັງ ພະນັກງານລັດ ແລະ ເອກະຊົນ, ຜົນເສຍຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຫຼາຍສົມຄວນ.

ທ່ານ ສີໃນ ໄດ້ກ່າວຕື່ມວ່າ: ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກໍາທີ່ເປັນ ການສໍ້ລາດບັງ ຫຼວງໃຫ້ຫຼຸດນ້ອຍຖອຍລົງ, ລັດຖະບານແຫ່ງ ສປປ ລາວ ໄດ້ພະຍາຍາມປັບປຸງກົງຈັກການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງວິສາຫະກິດຂອງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕຶ່ມ ແລະ ມີຄວາມໂປ່ງໃສ, ຫຼຸດຜ່ອນຂອດຂັ້ນບໍລິການ, ແກ້ໄຂຊ່ອງວ່າງໃນການສວຍໃຊ້ໜ້າທີ່, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ການຄຸ້ມຄອງບໍລິຫານລັດ, ເພີ່ມທະວີວຽກງານຕິດຕາມ-ກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນທ້ອງຖິ່ນຕໍ່ການປະຕິບັດໜ້າທີ່ຂອງອົງການບໍລິຫານ, ໄອຍະການປະຊາຊົນ, ສານປະຊາຊົນ ແລະ ເຈົ້າໜ້າທີ່ລັດ, ສຸມໃສ່ແກ້ໄຂພຶດຕິກໍາທີ່ເປັນການລະເມີດລະບຽບ-ກົດໝາຍ ເປັນຕົ້ນແມ່ນການສໍ້ລາດບັງຫຼວງຢູ່ແຕ່ລະຂົງເຂດຂະແໜງການ ແລະ ທ້ອງຖິ່ນ ຢ່າງເປັນເຈົ້າການ, ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳລຸ່ມກົດໝາຍກໍ່ຄືກົນໄກ ແລະ ລະບອບ-ລະບຽບການຕ່າງໆໃຫ້ຫຼາຍ ແລະ ຮັດກຸມກວ່າເກົ່າເພື່ອເປັນ ເຄື່ອງມືໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ. 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...