spot_img
Homeຂ່າວພາຍ​ໃນກຳປູເຈຍໃຫ້ນັກຮຽນເສັງຜ່ານອັດຕະໂນມັດໂດຍບໍ່ຕ້ອງເຂົ້າສອບ ເສັງເພື່ອປ້ອງກັນໂຄວິດ-19

ກຳປູເຈຍໃຫ້ນັກຮຽນເສັງຜ່ານອັດຕະໂນມັດໂດຍບໍ່ຕ້ອງເຂົ້າສອບ ເສັງເພື່ອປ້ອງກັນໂຄວິດ-19

Published on

ກະຊວງສຶກສາກຳປູເຈຍອະນຸມັດໃຫ້ນັກຮຽນຊັ້ນ ມ6 ແລະ ມ3 ທົ່ວປະເທດ ສຳເລັດການສອບເສັງລະດັບຊາດ ໂດຍບໍ່ຈຳ ເປັນຕ້ອງເຂົ້າຫ້ອງສອບເສັງ ເນື່ອງຈາກຜົນກະທົບຂອງໂຄວິດ-19.

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ນາຍົກລັດຖະມົນຕີ ຮຸນເຊນ ໄດ້ອອກຄຳສັ່ງໃຫ້ກະຊວງສຶກສາ, ຊາວໜຸ່ມ ແລະ ກິລາ ກຳປູເຈຍ ອະນຸມັດໃຫ້ນັກຮຽນຊັ້ນມັດທະຍົມສຶກສາປີທີ 6 ທົ່ວປະເທດ ເຊິ່ງມີກຳນົດທີ່ຈະສອບເສັງລະດັບຊາດໃນວັນທີ 11 ມັງກອນ 2021 ໃຫ້ຜ່ານອັດຕະໂນມັດໂດຍບໍ່ຕ້ອງເຂົ້າສອບເສັງ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ແລະ ເພື່ອບໍ່ໃຫ້ນັກຮຽນກັງວົນກ່ຽວກັບຄວາມສ່ຽງຕໍ່ການຕິດເຊື້ອຈາກການສອບເສັງ.

ລັດຖະມົນຕີກະຊວງສຶກສາກຳປູເຈຍ ທ່ານ ຮາງ ຊວນ ນະຣົນ ໄດ້ກ່າວວ່າ ລັດຖະບານຍັງໄດ້ອະນຸມັດໃຫ້ນັກຮຽນຊັ້ນ ມ3 ທີ່ມີກຳນົດວັນສອບເສັງລະດັບຊາດເມື່ອວັນທີ 30 ພະຈິກ 2020 ທີ່ຜ່ານມາ ສອບເສັງຜ່ານທຸກຄົນແບບອັດຕະໂນມັດເຊັ່ນດຽວກັນ ເຫດຜົນກໍ່ຍ້ອນການລະບາດຂອງໂຄວິດ-19 ເຮັດໃຫ້ໂຮງຮຽນຫຼາຍແຫ່ງບໍ່ສາມາດດຳເນີນການຮຽນ-ການສອນໄດ້ຄືກັນ.

ອີງຕາມການຣາຍງານຂອງກະຊວງສຶກສາຂອງກຳປູເຈຍໃນປີນີ້, ມີນັກຮຽນລະດັບມ6 ຈຳນວນ 121,108 ຄົນທີ່ຈະຕ້ອງໄດ້ສອບເສັງ, ໃນຂະນະທີ່ຊັ້ນມ3 ໄດ້ສອບເສັງທັງໝົດ 158,717 ຄົນ.

ຮຽບຮຽງຂ່າວ: ພູດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...