Homeຂ່າວພາຍ​ໃນລັດໃຫ້ເກັບຄ່າບໍລິການກວດ ແລະ ປິ່ນປົວໂຄວິດ-19

ລັດໃຫ້ເກັບຄ່າບໍລິການກວດ ແລະ ປິ່ນປົວໂຄວິດ-19

Published on

ອີງຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ, ໃນວັນທີ 22 ທັນວາ 2020 ເຫັນດີໃຫ້ສະຖານບໍລິການກວດ ແລະ ປິ່ນປົວສຸຂະພາບຂອງລັດທັງສູນກາງ ແລະ ທ້ອງຖິ່ນ ເກັບຄ່າບໍລິການວິຊາການຈາກການກວດວິເຄາະ ແລະ ປິ່ນປົວພະຍາດໂຄວິດ-19.

  1. ການກຳນົດລາຄາບໍລິການ ສຳລັບຄ່າກວດວິເຄາະພະຍາດໂຄວິດ-19 ເຊິ່ງມີເປົ້າໝາຍດັ່ງນີ້: ກຸ່ມຄົນທີ່ໄດ້ເກັບມູນຄ່າກວດ 1,200,000ກີບ/ຄັ້ງ (ທັງຄົນລາວ ແລະ ຄົນຕ່າງປະເທດ)ມີ:
  • ບຸກຄົນທີ່ເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຍາດ: ນັກການທູດຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ (ລາວ-ຕ່າງປະເທດ), ນັກທ່ອງທ່ຽວ (ລາວ-ຕ່າງປະເທດ), ບຸກຄົນທົ່ວໄປ (ລາວ-ຕ່າງປະເທດ), ແຮງງານຕ່າງປະເທດ ແລະ ຜູ້ວະໝັກໃຈກວດ (ຄົນລາວ-ຕ່າງປະເທດ).
  • ແຮງງານຄົນລາວທີ່ຈະເດີນທາງອອກໄປຕ່າງປະເທດ.

2. ກຸ່ມຄົນທີ່ຕ້ອງໄດ້ກັບມູນຄ່າກວດ 50.000 ກີບ/ຄັ້ງ (ສະເພາະຄົນລາວ)ມີ: ບຸກຄົນທີ່ເດີນທາງເຂົ້າ-ອອກຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດ ຍ້ອນພາວະສຸກເສີນດ້ານການແພດ, ຄົນເຈັບ,​ ຜູ້ແທນ-ພະນັກງານລັດ ໄປວຽກທາງການ, ນັກສຶກສາ ແລະ ອື່ນໆ ຕາມການພິຈາລະນາໃຫ້ຍົກເວັ້ນສະເພາະ.

3. ກຸ່ມຄົນທີ່ໄດ້ຮັບການຍົກເວັ້ນການເກັບຄ່າກວດມີ: ການວິເຄາະເພື່ອສືບຄົນພະຍາດ, ແຂກສຳຄັນຂອງພັກ-ລັດຖະບານ, ແຮງງານ (ຄົນລາວ), ນັກບວດ (ຄົນລາວ) ແລະ ອື່ນໆ ຕາມການພິຈາລະນາໃຫ້ຍົກເວັ້ນສະເພາະ.

ສຳລັບຄ່າປິ່ນປົວ, ຄ່າຫ້ອງນອນ, ຄ່າກວດດ້ານຄລີນິກອື່ນໆ (ລວມທັງຄ່າກວດວິເຄາະໂຄວິດຕາມເງື່ອນໄຂຂໍ້ທີ 1) ໃຫ້ຄິດໄລ່ຕາມການກຳນົດລາຄາຕົວຈິງຂອງໂຮງໝໍທີ່ນໍາໃຊ້ປັດຈຸບັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...