Homeຂ່າວພາຍ​ໃນລັດຈະເລັ່ງແກ້ໄຂການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ

ລັດຈະເລັ່ງແກ້ໄຂການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ

Published on

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໃຫ້ຮູ້ວ່າ: ທິດທາງໃນຕໍ່ໜ້າຈະປັບປຸງວຽກງານຂອງການຄຸ້ມຄອງອິນເຕີເນັດຫຼາຍດ້ານໂດຍສະເພາະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຢູ່ໃນສັງຄົມອອນລາຍ ເຊັ່ນ: ການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ ແລະ ອື່ນໆ.

ໜັງສືພິມວຽງຈັນທາມ ລາຍງານວ່າ ສຳລັບທິດທາງແຜນການໃນຕໍ່ໜ້າຂອງ ຄຄອຊ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວທີ່ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາວ່າ: ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຄຸ້ມ ຄອງໄອຊີທີ ແລະ ດິຈິຕອນ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມ ເປັນແຕ່ລະໄລຍະ. ສືບຕໍ່ວຽກງານການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ລັດຖະບານ, ຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນຂະແໜງອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ບັນດາ ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ MSME, ປັບໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມໃນການສ້າງບັນດາ Startup, ສ້າງ ແລະ ສົ່ງເສີມ ໃຫ້ມີການຄ້າເອເລັກໂຕຣນິກ ແລະ ການບໍລິການທີ່ປິ່ນອ້ອມ. ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການ ບໍ່ຖືກຕ້ອງກັບລະບຽບ ກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດ. ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນ ຮົ່ວໄຫຼອອກນອກປະເທດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...