Homeຂ່າວຕ່າງປະເທດຣັດເຊຍຈະຜະລິດວັກຊີນຕ້ານໂຄວິດ-19 ລາຄາຖືກກວ່າບໍລິສັດຄູ່ແຂ່ງ

ຣັດເຊຍຈະຜະລິດວັກຊີນຕ້ານໂຄວິດ-19 ລາຄາຖືກກວ່າບໍລິສັດຄູ່ແຂ່ງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ RDIF ເຊິ່ງເປັນກອງທນບໍລິຫານຄວາມໝັ້ນຄົງຂອງຣັດເຊຍ ແລະ ສະໜັບສະໜູນການຜະລິດວັກຊີນ “ສະປຸດນິດ ຟາຍ” (Sputnik V) ເຊິ່ງເປັນວັກຊີນຕ້ານໂຄວິດ-19 ໄດ້ກ່າວວ່າຣັດເຊຍຈະຜະລິດວັກຊີນຕ້ານໂຄວິດ-19 ລາຄາຖືກກວ່າບໍລິສັດຄູ່ແຂ່ງຈາກ ສ.ອາເມລິກາ ແລະ ຕັ້ງເປົ້າທີ່ຜະລິດວັກຊີນດັ່ງກ່າວເຖິງ 1 ພັນລ້ານໂດສໃນ 2021.

“ລາຄາວັກຊີນສະປຸດນິດ ຟາຍ ຕໍ່ 1 ໂດສ ສຳລັບຕະຫຼາດຕ່າງປະເທດ ຈະມີລາຄາຕໍ່າກວ່າ 10 ໂດລາ” ໂດຍການໃຊ້ວັກຊີນໂຄວິດ-19 ຂອງຣັດເຊຍນ້ນຈະຕ້ອງຊັກຈຳນວນ 2 ໂດສ.

RDIF ກ່າວຕື່ມອີກວ່າ “ວກຊີນສະປຸດນິດ ຟາຍ ຈະມີລາຄາຖືກກວ່າວັກຊີນຂອງຕ່າງປະເທດທີ່ໃຊ້ເທັກໂນໂລຢີ mRNA ຫຼາຍກວ່າ 2 ເທົ່າ ແຕ່ມີປະສິດທິພາບໃກ້ຄຽງກັນ ໃນຂະນະທີ່ປະຊາຊົນຣັດເຊຍແມ່ນຊັກວັກຊີນສະປຸຸດນິດ ຟາຍ ຟຣີ.”

ທັງນີ້, ວັກຊີນໂຄວິດ-19 ທີ່ໄຟເຊີ ພັດທະນາຮ່ວມກັບບໍລິສັດໄບອອນເທດນັ້ນ ຄາດວ່່າຈະມີລາຄາປະມານ 20 ໂດລາຕໍ່ໂດສ ໃນຂະນະທີ່ຊີອີໂອ ຂອງໂມເດີນາ ກ່າວວ່າ ວັກຊີນຂອງໂມເດີນາ ຈະມີລາຄາ 25-37 ໂດລາຕໍ່ໂດສ ໂດຍຈະຂຶ້ນກັບປະລິມານການສັ່ງຊື້ ແລະ ວັກຊີນຂອງ 2 ບໍລິສັດນີ້ຈະຕ້ອງຊັກໃນປະລິມານ 2 ໂດສ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...