spot_img
Homeຂ່າວຕ່າງປະເທດຈີນເລື່ອນເວລາເກັບໜີ້ຈາກປະເທດທີ່ທຸກຍາກຈົນຮອດກາງປີ 2021

ຈີນເລື່ອນເວລາເກັບໜີ້ຈາກປະເທດທີ່ທຸກຍາກຈົນຮອດກາງປີ 2021

Published on

ສຳນັກຂ່າວຊິນຫົວເປີດເຜີຍບົດສຳພາດຂອງທ່ານ ຫຼິວຄຸນ ລັດຖະມົນຕີກະຊວງການເງິນຂອງຈີນ ທີ່ເຜີຍແຜ່ຜ່ານເວັບໄຊກະຊວງ ເມື່ອວັນທີ 20 ພະຈິກ ທີ່ຜ່ານມາ ລະບຸວ່າ ຈີນຄອງອັນດັບ 1 ໃນກຸ່ມປະເທດ 20 G ດ້ານປະລິມານການເລື່ອນໜີ້ ພາຍໃຕ້ແຜນລິເລີ່ມຜ່ອນຜັນການຊໍາລະໜີ້ ສຳລັບກຸ່ມປະເທດທີ່ທຸກຍາກທີ່ສຸດ.

ທ່ານ ຫຼິວ ກ່າວວ່າ ເຈົ້າໜ້າທີ່ລະດັບພາຄີຂອງລັດຖະບານຈີນ ເຊິ່ງລວມທັງໜ່ວຍງານຄວາມຮ່ວມມືເພື່ອການພັດທະນາລະຫວ່າງປະເທດຂອງຈີນ ແລະ ທະນາຄານເພື່ອການສົ່ງອອກ-ນໍາເຂົ້າແຫ່ງປະເທດຈີນ ໄດ້ໂຈະພາລະໜີ້ລວມ 1,353 ລ້ານໂດລາ ເຊິ່ງເປັນປະໂຫຍດແກ່ 23 ປະເທດ.

ດ້ານທະນາຄານເພື່ອການພັດທະນາແຫ່ງປະເທດຈີນ ທີ່ເປັນເຈົ້າໜີ້ ໄດ້ລົງນາມຂໍ້ຕົກລົງຫຼາຍສະບັບສຳລັບກຸ່ມຜູ້ໄດ້ຮັບຜົນປະໂຫຍດໃນແຜນລິເລີ່ມ ທີ່ກ່ຽວພັນກັບໜີ້ສິນ 748 ລ້ານໂດລາ ເມື່ອເດືອນກັນຍາທີ່ຜ່ານມາ.

ກຳນົດເວລາໃຫ້ກຸ່ມປະເທດທີ່ທຸກຍາກທີ່ສຸດໂຈະຊໍາລະໜີ້ຈົນຮອດວັນທີ 30 ມິຖຸນາ 2021.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...