spot_img
Homeຂ່າວທ້ອງຖິ່ນຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

ຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

Published on

ຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ກໍາລັງເລັ່ງຕິດຕາມຜູ້ຮ່ວມຂະບວນ ການກັບສອງເອື້ອຍນ້ອງທີ່ຫຼອກລວງ ຕົວະຕົ້ມ ໃນຮູບແບບໄປດາວ-ເຊົ່າລົດ ແລ້ວເອົາໄປຂາຍຕໍ່ແບບບໍ່ມີເອກະສານ ພາຍຫຼັງທີ່ສາມາດຈັບກຸມສອງ ເອື້ອຍນ້ອງໄດ້ແລ້ວເມື່ອບໍ່ດົນມານີ້ ແລະ ໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການ. ສອງເອື້ອຍນ້ອງດັ່ງກ່າວ ຊື່ນາງຄໍາພະຈັນ ໄຊຍະວົງ (ຜູ້ເປັນນ້ອງ) ແລະ ນາງວິໄລຄໍາ ໄຊຍະວົງ (ຜູ້ເປັນເອື້ອຍ) ຊຶ່ງທັງສອງຄົນເປັນຜູ້ໄປດາວ-ເຊົ່າ ໂດຍທີ່ຜູ້ເປັນນ້ອງຈະເປັນຜູ້ເຊັນຄໍ້າປະກັນ ແລະ ຜູ້ເປັນເອື້ອຍຈະເປັນຜູ້ດາວ-ເຊົ່າ.

ຮອງຫົວໜ້າຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ທ່ານ ພັທ ວິລະສອນ ພິໄຂຄໍາ ໄດ້ກ່າວກ່ຽວກັບເລື່ອງນີ້ຕໍ່ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ: ໃນຮູບແບບການດາວ-ເຊົ່າລົດຂອງສອງເອື້ອຍນ້ອງດັ່ງກ່າວສ່ວນຫຼາຍຈະແມ່ນລົດກະບະ ໂດຍອ້າງວ່າຈະໄປເຂົ້າໂຄງການ ເຊັ່ນ: ໂຄງການທາງດ່ວນ, ທາງລົດໄຟ, ໂຄງການສ້າງເຂື່ອນໄຟຟ້າ ແລະ ໂຄງການອື່ນໆ. ໃນເມື່ອດາວ-ເຊົ່າໄປແລ້ວແມ່ນຈະນໍາໄປໃຫ້ຜູ້ຮ່ວມຂະບວນການໄປຂາຍຕໍ່ໂດຍບໍ່ມີເອກະສານໃດໆ ເພາະເຈົ້າຂອງລົດຈະກ໋ອບປີ້ພຽງແຕ່ໃບທະບຽນໃຫ້ບໍ່ແມ່ນຂອງແທ້ຈຶ່ງບໍ່ສາມາດຂາຍໂດຍຖືກກົດໝາຍໄດ້ຕ້ອງຂາຍແບບລົດເຖື່ອນ ຫຼື ບໍ່ມີເອກກະສານລົດ.

ທ່ານ ພັທ ວິລະສອນໄດ້ກ່າວຕື່ມວ່າ: ໂດຍລວມແລ້ວລົດທີ່ສອງເອື້ອຍນ້ອງ ແລະ ຜູ້ຮ່ວມຂະບວນການຫຼອກລວງໄປມີທັງໝົດ 18 ຄັນ ແລະ ສາມາດເກັບກູ້ໄດ້ແລ້ວ 3 ຄັນ. ການດາວ-ເຊົ່າ ລົດແຕ່ລະຄັນລາຄາຈະແມ່ນປະມານ 1.300 ໂດລາຕໍ່ເດືອນ ໃນເມື່ອດາວ-ເຊົ່າໄປແລ້ວເມື່ອຄົບກໍານົດຈ່າຍຄ່າເຊົ່າ ຫຼື ຄົບສັນຍາໃນການເຊົ່າ (ຄົບເວລາສົ່ງຄືນລົດ) ທັງສອງເອື້ອຍນ້ອງບໍ່ໄດ້ມາຈ່າຍຄ່າເຊົ່າ ແລະ ບໍ່ໄດ້ເອົາລົດມາສົ່ງຄືນ ດັ່ງນັ້ນເຈົ້າຂອງລົດຈຶ່ງມີການດໍາເນີນຄະດີ ແລະ ມີການຈັບກຸມສອງເອື້ອຍນ້ອງດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຮັດໃຫ້ໄດ້ 220 ບັດຕໍ່ມື້ ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການ ໃນການເພີ່ມທະວີປະຕິບັດວຽກງານ ການອອກບັດປະຈຳຕົວດີຈີຕອນ

ກະຊວງປ້ອງກັນຄວາມສະຫງົບ ເລກທີ 01/ປສກ ນະຄອນຫຼວງວຽງຈັນ, ວັນທີ 07 ມັງກອນ 2026 ເຖິງ ບັນດາກອງບັນຊາການ ປກສ ແຂວງ, ກອງບັນຊາການ ນະຄອນຫຼວງວຽງຈັນ...

ເລັ່ງຟື້ນຟູຕົ້ນກາເຟ ແຂວງຈໍາປາສັກ ເລີ່ມເຄື່ອນໄຫວແນະນໍາ ຊາວສວນໃນການຮັບມື-ປ້ອງກັນ ນ້ຳໝອກ ທີ່ເປັນຕົ້ນເຫດ ເຮັດໃຫ້ຕົ້ນກາເຟເສຍຫາຍຈໍານວນຫຼາຍ

ພາຍຫຼັງທີ່ເມືອງ​ປາກຊ່ອງ​ ແຂວງ​ຈໍາປາສັກ​ ເກີດສະພາບອາກາດໜາວ​ເຢັນ​ ແລະ​ ເກີດນໍ້າໝອກເກືອ​ (ນໍ້າໝອກກ້າມ)​,​ ເຮັດໃຫ້ຕົ້ນກາເຟຂອງຊາວສວນ​ ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ.​ ຍ້ອນແນວນັ້ນ,​ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ຈິ່ງໄດ້ເຄື່ອນໄຫວແນະນໍາ ຊາວສວນໃນການປ້ອງກັນເກີດນ້ຳໝອກ...

ຊ້າງປ່າໂຕທໍາອິດ ໃນປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ ທີ່ໄດ້ສໍາເລັດການຕິດປອກຄໍດາວທຽມ (GPS) ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນ ຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ

ຊ້າງປ່າໂຕທໍາອິດ ໃນປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ ທີ່ໄດ້ສໍາເລັດການຕິດປອກຄໍດາວທຽມ (GPS) ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນ ຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ. ສໍາເລັດຕິດປອກຄໍດາວທຽມ (Elephant Collaring) ໃຫ້ກັບຊ້າງປ່າໂຕທໍາອິດ ທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ. ນີ້ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ ໃນເຂດນໍ້າປຸຍ...

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ຈັດຂຶ້ນລະຫວ່າງ ວັນທີ 12-13 ມັງກອນ 2026

ໃນຕອນເຊົ້າວັນທີ 12 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ...