spot_img
Homeຂ່າວທ້ອງຖິ່ນເຂື່ອນໄຟຟ້າດອນສະໂຮງກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າສົ່ງອອກໄປກຳປູເຈຍ

ເຂື່ອນໄຟຟ້າດອນສະໂຮງກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າສົ່ງອອກໄປກຳປູເຈຍ

Published on

ສູນຂ່າວສານພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືກຮັບຮອງເປັນໂຄງການກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າຢ່າງເປັນທາງການແລ້ວ ເຊິ່ງພະລັງງານເກືອບທັງໝົດ ຈະສົ່ງອອກໄປຂາຍຢູ່ ປະເທດ ກໍາປູເຈຍ.

ຫຼັງຈາກໂຄງການໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າ ມາແຕ່ວັນທີ 11 ຕຸລາ 2019 ໂຄງການເຂື່ອນໄຟຟ້າດອນສະໂຮງ ເຊິ່ງມີຈຸດທີ່ຕັ້ງຢູ່ ເມືອງ ໂຂງ ແຂວງ ຈຳປາສັກ ມາຮອດວັນທີ 4 ພະຈິກ 2020 ກໍ່ໄດ້ຈັດພິທີເປີດການຜະລິດໄຟຢ່າງເປັນທາງການ.

ໂຄງການເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ, ທີ່ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກ ນະຄອນ ປາກເຊ ໄປທາງໃຕ້ປະມານ 160 km. ເລີມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ: 23 ມີນາ 2006 ແລະ ໃນປີ 2008 ໄດ້ເຊັນສັນຍາພັດທະນາໂຄງການ (PDA), ກ່ອນຈະເຊັນສັນຍາສຳປະທານໂຄງການ (CA) ໃນກາງປີ 2015 ໂດຍແມ່ນບໍລິສັດ Mega First Corporation Berhad Consortium (Malaysia) ເປັນຜູ້ໄດ້ຮັບສິດໃນການພັດທະນາ, ລວມກຳລັງຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ.

ພະລັງງານເກືອບທັງໝົດ ສົ່ງຂາຍໃຫ້ ກຳປູເຈຍ, ໂດຍຜ່ານ ລັດວິສາຫະກິດໄຟຟ້າລາວ ລວມມູນຄ່າການລົງທຶນທັງໝົດ 520.000.000 (ຫ້າຮ້ອຍຊາວລ້ານ) ໂດລາສະຫະລັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...