spot_img
Homeຂ່າວທ້ອງຖິ່ນພາຍຸໄຕ້ຝຸ່ນ ໂມລາເວ ຈະພາດຜ່ານລາວໃນມື້ນີ້

ພາຍຸໄຕ້ຝຸ່ນ ໂມລາເວ ຈະພາດຜ່ານລາວໃນມື້ນີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸໄຕ້ຝຸ່ນ ປະຈຳວັນທີ 28 ຕຸລາ 2020 ວ່າ: ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈຳປີ 2020, ເຊິ່ງໃນເວລາ 6 ໂມງ ຂອງວັນທີ 28 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15.1 ອົງສາເໜືອ ແລະ ເສັ້ນແວງທີ 108.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ. ຄາດຄະເນວ່າ, ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງເຊກອງ ແລະ ສາລະວັນ ໃນເວລາ 15 ໂມງ ຂອງວັນດຽວກັນ ເຊິ່ງຈະເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈຳປີນີ້. ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼ່ຊັ້ນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທ ຕາມລໍາດັບ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 29 ຕຸລາ 2020 ນີ້.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊູ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...