Homeຂ່າວພາຍ​ໃນບຸນທາດຫຼວງປີນີ້ຍັງຂາຍເຂົ້າຫຼາມ-ປີ້ງໄກ່ໄດ້ປົກກະຕິ

ບຸນທາດຫຼວງປີນີ້ຍັງຂາຍເຂົ້າຫຼາມ-ປີ້ງໄກ່ໄດ້ປົກກະຕິ

Published on

ອີງຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນຊີ້ແຈງວ່າ: ການຂາຍເຂົ້າຫຼາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະ ຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະ ຈຸດທີ່ຄະນະກຳມະການຮັບຜິດ ຊອບກຳນົດໃຫ້.

ຈຸດທີ່ສາມາດຂາຍເຂົ້າຫຼາມ-ປີ້ງໄກ້ໄດ້ແມ່ນຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງ ລຸ່ມພະທາດຫຼວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫຼວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ. ສຳລັບຊາວຄ້າຂາຍທີ່ມີຈຸດປະສົງຢາກນໍາເອົາອາຫານທີ່ຄະນະກຳມະການອະນຸຍາດໄປວາງຂາຍໃນງານສາມາດຕິດຕໍ່ໄດ້ໂດຍກົງກັບອະນຸກຳມະການຈັດງານ ເຊິ່ງຈະມີໜ່ວຍງານບໍລິການຢູ່ເດີ່ນທາດຫຼວງ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫຼາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ.

ສຳລັບຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ, ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້ານຂາຍເຂົ້າຫຼາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ ເຊິ່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະ ຈັດສັນໄວ້ຢ່າງລະອຽດ ເພື່ອຫຼີກເວັ້ນຄວາມສ່ຽງ ແລະ ປ້ອງກັນພະຍາດໂຄວິດ19.

ງານບຸນນະມັດສະການພະທາດຫຼວງວຽງຈັນໃນປີນີ້ ຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 29 ຫາ 31 ຕຸລານີ້ ໃນນີ້ມື້ຂຶ້ນ 13 ຄໍ່າເດືອນ 12 ລາວ ກົງກັບວັນພະຫັດ ວັນທີ 29 ຕຸລານີ້ ຕອນເຊົ້າປະດັບປະດາຕົບແຕ່ງສະຖານທີ່ ພາຍນອກ ແລະ ພາຍໃນກົມມະລຽນພະທາດຫຼວງ ສ່ວນຕອນແລງມີສູດປະລິຕະມຸງຄຸນທີ່ພະທາດຫຼວງ, ພິທີວຽນທຽນ, ແຫ່ຜາສາດເຜິ້ງ ແລະ ຄົບງັນຕາມປະເພນີ, ວັນສຸກຂຶ້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 30 ຕຸລານີ້ ຈະມີພິທີແຫ່ຜາສາດເຜິ້ງ ຈາກ 4 ເມືອງ ເລີ່ມແຕ່ເວລາ 13:30 ໂມງ ເປັນຕົ້ນໄປ. ສ່ວນວັນເສົາ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31 ຕຸລານີ້ ຕອນ ເຊົ້າຈະມີພິທີໄຫວ້ພະຮັບສິນ ຟັງທຳມະເທດສະໜາ ໃສ່ບາດຖະຫວາຍສັງກະທານ, ສ່ວນຕອນ ບ່າຍຈະມີພິທີຕີຄີ ແລະ ຕອນຄໍ່າຈະມີພິທີວຽນທຽນອ້ອມພະທາດຫຼວງ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ ແລະ ຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...