spot_img
Homeຂ່າວທ້ອງຖິ່ນສະພາບນ້ຳຖ້ວມຢູ່ເມືອງສອງຄອນຍັງໜ້າເປັນຫ່ວງລະດັບນໍ້າຍັງເພີ່ມສູງຂຶ້ນ

ສະພາບນ້ຳຖ້ວມຢູ່ເມືອງສອງຄອນຍັງໜ້າເປັນຫ່ວງລະດັບນໍ້າຍັງເພີ່ມສູງຂຶ້ນ

Published on

ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ລາຍງານ ໃນວັນທີ 19 ຕຸລາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມພັນລະຍາ ແລະ ບັນດາພະແນກການຕ່າງໆນໍາເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງເຊໂປນ ແຂວງສະຫວັນນະເຂດ, ໂດຍການຕ້ອນຮັບຂອງ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມຄະນະ ຕະຫຼອດຮອດອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃນໂອກາດດັ່ງກ່າວ, ທ່ານ ກໍ່ໄດ້ນໍາເອົາເຄື່ອງບັນເທົາທຸກຈໍານວນໜຶ່ງຈາກພະ ແນກແຮງງານ ແລະ ສະຫວັດດີການສັງຄົມມາຊ່ວຍເຫຼືອເຊັນ: ນໍ້າດື່ມ ຈໍານວນ 500 ແພັກ, ເຕັ້ນ 10 ດາງ, ເຂົ້າສານ 300 ສອບເທົ່າກັບ1.5ໂຕນ, ຜ້າຫົ່ມນອນ, ມຸ້ງ,ເຄື່ອງນຸ່ງຫົ່ມ 150 ຊຸດ, ໝີ່ສໍາເລັດຮູບ 10 ແກັດ, ປາກະປ໋ອງ 10 ແກັດ.

ສະຖານະການຫຼ້າສຸດ ສະພາບນ້ຳຖ້ວມຢູ່ເມືອງສອງຄອນ ໃນຕອນເຊົ້າວັນທີ 20 ຕຸລາ 2020 ເວລາ 5:30 ໂມງ, ລະດັບເຊບັງຫຽງ ສູງເຖິງ 17,80 ແມັດ ແລະ ຍັງຄົງຈະເພີ່ມຢ່າງຕ່ໍເນື່ອງ, ເພາະມວນນ້ຳທາງຕອນເໜືອ ຍັງໄຫຼລົງສົມທົບກັບມວນນ້ຳເຊບັງຫຽງ. ໃນຂະນະນີ້, ຫຼາຍພື້ນທີ່ຂອງເມືອງສອງຄອນ ລຽບເຊບັງຫຽງ ພວມໄດ້ຮັບຜົນກະທົບໜັກຂຶ້ນຕ່ໍເນື່ອງ ເຮືອນຊານຂອງປະຊາຊົນ ຫຼາຍບ້ານ ຖືກນ້ຳຖ້ວມຂັງ.

ບ້ານທີ່ຖືກຕັດກະແສໄຟຟ້າມີ: ບ້ານລະຫານ້ຳ, ທ່າຂາມລຽນ, ຫົວຫາດ, ແກ້ງໂດນ, ສີງທ່າ, ຫ້ວຍຄໍ້, ດອນຂຽວ, ນາກະຫລຶງ, ນາສະໂນ, ຫ້ວຍໄຂ່ ແລະ ບ້ານນາທັງ.​

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...