Homeຂ່າວຕ່າງປະເທດຣັດເຊຍສຳເລັດໃນການທົດລອງຍິງຂີປະນາວຸດໃໝ່ທີ່ມີຄວາມໄວເໜືອແສງ

ຣັດເຊຍສຳເລັດໃນການທົດລອງຍິງຂີປະນາວຸດໃໝ່ທີ່ມີຄວາມໄວເໜືອແສງ

Published on

ຣັດເຊຍປະສົບຄວາມສຳເລັດໃນການທົດລອງຍິງຂີປະນາວຸດໃໝ່ທີ່ມີຄວາມໄວເໜືອແສງ ສາມາດໂຈມຕີໄລຍະທາງໄກ 450 ກິໂລແມັດ.

ສຳນັກຂ່າວຕ່າງປະເທດ ລາຍງານ ເມື່ອວັນທີ 7 ຕລາ 2020 ປະທານາທິບໍດີ ວາລາດິເມຍ ປູຕິນ ປະກາດຍ້ອງຍໍຄວາມສຳເລັດໃນການທົດລອງຂີປະນາວຸດຄວາມເໜືອສຽງ (Tsirkon) ໂດຍໄດ້ກ່າວວ່າມັນເປັນຜົນສຳເລັດທີ່ໃຫຍ່ຫຼວງຂອງປະເທດ.

ທ່ານ ປູຕິນ ກ່າວຕື່ມອີກວ່າ ກອງກຳລັງຂອງຮັດເຊຍພ້ອມດ້ວຍອາວຸດຫຼ້າສຸດທີ່ບໍ່ທັນແຕກຈະຮັບປະກັນ ແລະ ເພີ່ມຂີດຄວາມສາມາດດ້ານການປ້ອງກັນໄລຍະຍາວຂອງຣັດເຊຍ.

ພົນເອກ ວາເລຣີ ເຈຣາສິມອຟ ກ່າວວ່າການທົດລອງນີ້ໄດ້ເກີດຂຶ້ນໃນວັນທີ 6 ຕລາ ທີ່ຜ່ານມາ ໃນທະເລຂາວ ລະ ຂີປະນາວຸດດັ່ງກ່າວສາມາດໂຈມຕີເປົ້າໝາຍໃນທະເລແບເຣນ ເຊິ່ງຢູ່ຫ່າງຈາກເມືອງ 450 ກິໂລແມັດໄດ້ສຳເລັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...