spot_img
Homeຂ່າວທ້ອງຖິ່ນສືບຕໍ່ອະນຸລັກ ໂອງ-ມັ່ງ

ສືບຕໍ່ອະນຸລັກ ໂອງ-ມັ່ງ

Published on

Laopost_mang

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການອະນຸລັກ ໂອງ-ມັ່ງ ໄລຍະ III ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງສະຫວັນນະເຂດ ກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສ.ປ.ປ ລາວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16 ຕຸລາ 2014 ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນລົບ ໂຄດຫຼັກຄຳ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ, ບັນດາທ່ານໃນຄະນະພະແນກ, ຫົວໜ້າໂຄງການ ພ້ອມດ້ວຍພະນັກງານວິຊາການທັງສອງ ຝ່າຍເຂົ້າຮ່ວມ.
ໂຄງການອະນຸລັກ ໂອງ-ມັ່ງ ເປັນໂຄງການໜຶ່ງຂອງລັດຖະບານ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ເລີ່ມແຕ່ປີ 2002 ເປັນຕົ້ນມາ, ໂດຍສະເພາະແມ່ນຢູ່ເຂດເມືອງຊົນນະບູລີ ເຊິ່ງເປັນເຂດທີ່ມີສັດປ່າອາໃສຢູ່ ຢ່າງໜາແໜ້ນ ເປັນຕົ້ນກໍ່ແມ່ນ ໂອ່ງ-ມັ່ງ ທີ່ເປັນສັດປ່າຫາຍາກ ແລະໃກ້ຈະສູນພັນ, ດັ່ງນັ້ນ ພັກ ແລະລັດຖະບານ ຈຶ່ງໄດ້ດຳເນີນການຈັດຕັ້ງປະຕິບັດ ໂຄງການອະນຸລັກ ໂອ່ງ-ມັ່ງ ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຂອງອົງການກອງທຶນອະນຸລັກທຳມະຊາດໂລກ. ໃນໄລຍະທຳອິດ ທີ່ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ແມ່ນເລີ່ມແຕ່ປີ 2008-2010, ໄລຍະທີ II ແຕ່ປີ 2010-2013, ດັ່ງນັ້ນ ເພື່ອເປັນການສືບຕໍ່ໃນການອະນຸລັກ ແລະປົກປັກຮັກສາ ໂອ່ງ-ມັ່ງ ໃຫ້ມີການຈະເລີນເຕີບໂຕ ແລະຂະຫຍາຍແຜ່ພັນອອກໄປເລື້ອຍໆ ທາງອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສ.ປ.ປ ລາວ ຈຶ່ງສືບຕໍ່ໂຄງການໃນໄລຍະທີ III ເຊິ່ງເລີ່ມແຕ່ປີ 2014-2016 ໂດຍຈະໄດ້ມີການສ້າງເຂດອະນຸລັກສັດປ່າທີ່ຫາຍາກ, ຕິດຕາມເບິ່ງການດຳລົງຊີວິດ ຂອງ ໂອງ-ມັ່ງ ໂດຍການນຳໃຊ້ກ້ອງບັນທຶກ ຫຼືກ້ອງຖ່າຍສັດແບບໂອໂຕມາຕິກ ທີ່ສາ ມາດຕິດຕັ້ງໄວ້ເປັນເວລາຍາວນານ, ນອກນັ້ນ ກໍ່ມີກິດຈະກຳການອະນຸລັກ ແລະປົກປັກຮັກສາປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ເພື່ອເປັນບ່ອນອາໃສ ຂອງສັດປ່າ ໂດຍສະເພາະ ໂອງ-ມັ່ງ ແລະຈະມີການຈັດຊຸດລາດຕະເວນ ເພື່ອປ້ອງກັນໄພຂົ່ມຂູ່ຂອງ ໂອງ-ມັ່ງ, ພ້ອມກັນນີ້ ກໍ່ຈະໄດ້ມີການຈັດຝຶກອົບຮົມໃຫ້ຊາວບ້ານ ໂດຍສະເພາະ ປະຊາຊົນທີ່ນອນຢູ່ໃນເຂດອະນຸລັກ ໂອງ-ມັ່ງ ຂອງເມືອງຊົນນະບູລີ ໃຫ້ມີຄວາມເຊື່ອມຊຶມ ແລະຮູ້ຈັກຮັກທຳມະຊາດ-ຮັກສັດປ່າ ເປັນຕົ້ນ ສັດປ່າທີ່ຫວງຫ້າມ ແລະໃກ້ຈະສູນພັນ ໃຫ້ມີການຂະຫຍາຍແຜ່ພັນ ແລະອຸດົມສົມບູນໄປຄຽງຄູ່ກັບປ່າໄມ້ຂອງປະເທດເຮົາຕະຫຼອດໄປ.
ໃນໂອກາດດັ່ງກ່າວ ກໍ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍທ່ານ ພູທອນ ຍອດບຸນເຮືອງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດ ແລະທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສ.ປ.ປ ລາວ ໂດຍຊ່ອງໜ້າທ່ານຫົວໜ້າພະ ແນກ ພ້ອມດ້ວຍແຂກ ແລະພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

 

ຂ່າວແລະພາບຈາກ: ໜັງສືພິມສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...