spot_img
Homeຂ່າວຕ່າງປະເທດ"ຝາບາດ GPS" ບອກຕຳແໜ່ງພຣະບິນພະບາດຕອນເຊົ້າ

“ຝາບາດ GPS” ບອກຕຳແໜ່ງພຣະບິນພະບາດຕອນເຊົ້າ

Published on

ສຸດຍອດໄອເດຍ! ນັກຮຽນຈາກໂຮງຮຽນສວນບຸນໂຍປະຖຳ (ປະເທດໄທ) ອອກແບບ “ຝາບາດຕິດຈີພີເອສ” ເພ່ືອໃຫ້ປະຊາຊົນຜູ້ທີ່ຖ້າໃສ່ບາດຕອນເຊົ້າສາມາດຮູ້ເສັ້ນທາງພຣະອອກບິນພະບາດ.

ເຟສບຸ໊ກ Origimon ໄດ້ເປີດເຜີຍຜົນງານຂອງນັກຮຽນທີ່ຊະນະການປະກວດນະວັດຕະກຳພາຍໃຕ້ໂຄງການແຂ່ງຂັນເຕັກນິກການພັດທະນາທັກສະດ້ານວິສະວະກຳແຫ່ງຊາດ ທີ່ຈັດຂຶ້ນໂດຍ ສວທຊ. ເຊິ່ງໜ່ຶງໃນນັ້ນເປັນຜົນງານຂອງ ທີມຈາກໂຮງຮຽນສວນບຸນໂຍປະຖຳ ຈັງຫວັດລຳພູນ ທີ່ຊະນະໃນສາຂາຟື້ນຟູວິຖີຊຸມຊົົນ ດ້ວຍຜົນງານ “ຕັກບາດເຕີມບຸນ”

ຝາບາດຈີພີເອສນີ້ຈະຄອຍຕິດຕາມຕຳແໜ່ງເສັ້ນທາງຂອງພຣະທີ່ອອກມາບິນພະບາດໃນຕອນເຊົ້າ ເພື່ອໃຫ້ບັນດາພໍ່ອອກແມ່ອອກທີ່ລໍຖ້າໃສ່ບາດຮູ້ໄດ້ວ່າພຣະກຳລັງຍ່າງຮອດເສັ້ນທາງໃດແລ້ວ.

ຝາບາດຖືກອອກແບບ ແລະ ພິມດ້ວຍເຄ່ືອງ 3D Printer ມາທົດແທນຝາບາດແບບເກົ່າ ແລະ ມີການຈັດອົງປະກອບຂອງຝາແບບທີ່ສາມາດຖອດອອກມາລ້າງໄດ້ ພ້ອມຍັງໃຊ້ເສັ້ນພລາສຕິກທີ່ໃຊ້ກັບອາຫານໄດ້ອີກດ້ວຍ. ນອກຈາກນີ້, ຍັງມີແອັຟສຳລັບຕິດຕາມທີ່ໃຊ້ໄດ້ຢ່າງງ່າຍດາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...