Homeຂ່າວທ້ອງຖິ່ນມອບ-ຮັບ ໂຄງການບູລະນະປະຕິສັງຂອນວັດວິຊຸນ ຫຼວງພະບາງ

ມອບ-ຮັບ ໂຄງການບູລະນະປະຕິສັງຂອນວັດວິຊຸນ ຫຼວງພະບາງ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 6 ຕຸລາ 2020 ທີ່ ວັດວິຊຸນ ນະຄອນຫຼວງພະບາງ, ໄດ້ມີພິທີມອບ-ຮັບ ໂຄງການບູລະນະປະຕິສັງຂອນວັດວິຊຸນ ພາຍຫຼັງສຳເລັດໃຫ້ແກ່ລັດຖະບານ ແລະ ປະຊາຊົນຫຼວງພະບາງ, ເຊິ່ງໄດ້ຮັບການບູລະນະ ໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347.000 ໂດລາສະຫະລັດ. ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ.

ວັດວິຊຸນ ເປັນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດຂອງຊາດລາວ ແລະ ໄດ້ສ້າງຂຶ້ນໃນສັດຕະວັດທີ 16 ໃນຍຸກພະເຈົ້າ ວິຊຸນນະລາດ, ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດ ຢູ່ໃນຫລວງພະບາງ ແລະ ເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາ ຫລາຍກວ່າ 500 ປີ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມ ໃນການບູລະນະ ແລະ ປົກປັກຮັກສາ ໜຶ່ງໃນສະຖານທີ່ອັນສໍາຄັນ ທາງດ້ານປະຫວັດສາດ ໃນທົ່ວສປປ ລາວ. ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ກັບນະຄອນຫຼວງພະບາງ ໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການຊ່ວຍເຫຼືອປະຊາຊົນລາວ ໃນການປົກປັກຮັກສາຮີດຄອງອັນລໍ້າຄ່າ.

ໃນໄລຍະຜ່ານມາ, ລັດຖະບານສະຫະລັດອາເມລິກາ ໄດ້ປະກອບສ່ວນຫຼາຍລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກ ທາງດ້ານວັດທະນະທໍາ ໃນສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ, ເຊິ່ງທຶນດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ໂດຍສະເພາະການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະ ວັດຖຸບູຮານ, ພ້ອມທັງການບັນທຶກວັດ ທະນະທຳຮີດຄອງປະເພນີ ລວມໄປເຖິງການປົກປັກຮັກສາຫໍສະມຸດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...