spot_img
Homeຂ່າວຕ່າງປະເທດສານອາເມລິກາລະງັບຄຳສັ່ງ "ທຣໍ້າ" ກໍລະນີຫ້າມດາວໂຫຼດແອັບTikTok

ສານອາເມລິກາລະງັບຄຳສັ່ງ “ທຣໍ້າ” ກໍລະນີຫ້າມດາວໂຫຼດແອັບTikTok

Published on

ສານຂອງລັດຖະບານກາງອາເມລິກາໄດ້ລະງັບຄຳສັ່ງຂອງຄະນະທຳງານຂອງປະທານາທິບໍດີໂດນັລ ທຣໍ້າ ໃນການຫ້າມດາວໂຫຼດແອັບຕິ໊ກຕ໊ອກ ຈາກແອັບສະໂຕຣ໌ຂອງບໍລິສັດແອັບເປິ້ນ ແລະ ກູເກິລ.

ເວັບໄຊ bangkokbiznews ລາຍງານວ່າ ກ່ອນໜ້ານີ້ ກະຊວງການຄ້າຂອງອາເມລິກາໄດ້ອອກຄຳສັ່ງຫ້າມດາວໂຫຼດແອັບວິດີໂອຕິ໊ກຕ໊ອກຈາກແອັບສະໂຕຣ໌ຂອງແອັບເປິ້ນ ແລະ ກູເກິລ ໂດຍຄຳສັ່ງຫ້າມດັ່ງກ່າວຈະມີຜົນບັງຄັບໃຊ້ໃນເວລາ 23:59 ນາທີ ຂອງວັນອາທິດຕາມເວລາຂອງອາເມລິກາ ຫຼື 10:59 ນາທີ ຕາມເວລາບ້ານເຮົາ.

ຜູ້ພິພາກສາ ຄາລ ນິໂຄລ ແຫ່ງສານເຂດອາເມລິກາໃນນະຄອນວໍຊິງຕັນ ໄດ້ເຮັດການສືບສວນຄຳຮ້ອງຟ້ອງຂອງຕິ໊ກຕ໊ອກ ຕໍ່ຄຳສັ່ງຫ້າມຂອງ ທຣໍ້າ ແລະ ມີການຕັດສິນໃຈທີ່ຈະໃຫ້ລະງັບຄຳສັ່ງດັ່ງກ່າວຂອງປະທານາທິບໍດີ ທຣໍ້າ ຊົ່ວຄາວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...