spot_img
Homeຂ່າວຕ່າງປະເທດຜົນງານວິໄຈບົ່ງບອກການເບິ່ງຮູບສັດໜ້າຮັກຈະສົ່ງຜົນດີຕໍ່ສຸຂະພາບ

ຜົນງານວິໄຈບົ່ງບອກການເບິ່ງຮູບສັດໜ້າຮັກຈະສົ່ງຜົນດີຕໍ່ສຸຂະພາບ

Published on

ສຳນັກຂ່າວ CNN ລາຍງານວ່າງານວິໄຈຂອງມະຫາວິທະຍາໄລລີດສ໌ໃນອັງກິດຮ່ວມກັບການທ່ອງທ່ຽວອອສເຕເລຍຕະເວັນຕົກໄດ້ພົບຫຼັກຖານທີ່ສະແດງໃຫ້ເຫັນວ່າການເບິ່ງສັດທີ່ໜ້າຮັກອາດຊ່ວຍຫຼຸດຜ່ອນຄວາມຕຶງຄຽດ ແລະ ຄວາມກັງວົນໃຈ.

ງານວິໄຈໄດ້ເຮັດການສຶກສາວ່າການເບິ່ງຮູບ ແລະ ວິດີໂອຂອງສັດໜ້າຮັກເປັນເວລາ 30 ວິນາທີ ຈະສົ່ງຜົນຕໍ່ຄວາມດັນເລືອດ, ອັດຕາການເຕັ້ນຂອງຫົວໃຈ ແລະ ຄວາມກັງວົນໃຈ.

ທ່ານ ດຣ. ແອນເດຣຍ ອັດລີ ຮອງສາດສະດາຈານແຫ່ງມະຫາວິທະຍາໄລລີດສ໌ ໄດ້ລວບລວມພາບຕັດຕໍ່ທີ່ມີຄວາມຍາວ 30 ນາທີຂອງສັດທີ່ໜ້າຮັກເຊັ່ນ: ລູກໝາ, ລູກແມວ, ກໍລີລານ້ອຍ ແລະ ຄວອກກ້າ (Guokkas).

ຈາກການສຶກສາດັ່ງກ່າວພົບວ່າກຸ່ມຕົວຢ່າງທຸກຄົນມີຄວາມດັນເລືອດ ອັດຕາການເຕັ້ນຂອງຫົວໃຈ ແລະ ຄວາມກັງວົນຫຼຸດລົງຫຼັງຈາກທີ່ເບິ່ງວິດີໂອດັ່ງກ່າວ. ຂະນະທີ່ອັດຕາຄວາມວິຕົກກັງວົນຫຼຸດລົງ 35% ວັດແທກໂດຍການໃຊ້ແບບປະເມີນຄວາມວິຕົກກັງວົນ ເຊິ່ງເປັນວິທີການປະເມີນຕົນເອງທີ່ມັກໃຊ້ເພື່ອວິນິດໄສຄວາມກັງວົນໂດຍສະມາຄົມຈິດຕະສາດອາເມລິກາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...