Homeຂ່າວຕ່າງປະເທດໄຟໄໝ້ທ່າເຮືອເບຣຸດຈຸດດຽວກັບທີ່ລະເມີດມະຫາວິນາດ

ໄຟໄໝ້ທ່າເຮືອເບຣຸດຈຸດດຽວກັບທີ່ລະເມີດມະຫາວິນາດ

Published on

ເວັບໄຊ dailynews ລາຍງານ ເມື່ອວັນທີ 10 ກັນຍາ 2020ວ່າ ເກີດໄຟໄໝ້ຮຸນແຮງຂຶ້ນບໍລິເວນທ່າເຮືອໃນນະຄອນເບຣຸດ ປະເທດລີບັງ ເມື່ອວັນພະຫັດທີ່ຜ່ານມາ ໂດຍປັດຈຸບັນ, ຍັງບໍ່ຮູ້ສາເຫດການເກີດໄຟໄໝ້ຄັ້ງນີ້ຊັດເຈນ ແຕ່ເປັນຈຸດດຽວກັບທີ່ເຄີຍເກີດເຫດການລະເບີດຮຸນແຮງເມື່ອວັນທີ 4 ສິງຫາ ທີ່ຜ່ານມາ. ຈຸດທີ່ເປັນໂກດັງເກັບສິນຄ້າແອມໂມເນຍໄນເຕຣດ ຈົນເກີດການລະເບີດຮຸນແຮງທຳລາຍລ້າງພື້ນທີ່ເປັນບໍລິເວນກວ້າງເຖິງຈະຢູ່ຫ່າງໄກຫຼາຍກິໂລແມັດກໍ່ຕາມ.

ລາຍງານຂ່າວລະບຸວ່າ ກຸ່ມຄວັນດຳ ແລະ ເປວໄຟລອຍຂຶ້ນສູ່ທ້ອງຟ້າຈາກຈຸດເກີດເຫດ ໂດຍທະຫານລີບັງແຈ້ງວ່າ ຕົ້ນເພີງເກີດຂຶ້ນທີ່ໂກດັງເກັບສິນຄ້ານໍ້າມັນ ແລະ ຢາງລົດໃຫຍ່ໃນພື້ນທີ່ປອດພາສີຂອງທ່າເຮືອ ແລະ ຍັງເປັນເຊື້ອເພີງຢ່າງດີ ເຈົ້າໜ້າທີ່ເລັ່ງລະດົມດັບເພີງ ແລະ ຕ້ອງໃຊ້ເຮລິຄອບເຕີເຂົ້າມາຊ່ວຍດັບເພີງ.

ເຈົ້າເມືອງເບຣຸດ ທ່ານ ມາຣ໌ວານ ແອບບາວ ຮຽກຮ້ອງໃຫ້ປະຊາຊົນຢູ່ຫ່າງຈາກພື້ນທີ່ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທຳງານໄດ້ຢ່າງສະດວກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...