spot_img
Homeຂ່າວທ້ອງຖິ່ນກັກຕົວເປົ້າໝາຍ ພ້ອມຢາບ້າ 901 ເມັດຂະນະຢືນລໍຖ້າໝູ່

ກັກຕົວເປົ້າໝາຍ ພ້ອມຢາບ້າ 901 ເມັດຂະນະຢືນລໍຖ້າໝູ່

Published on

ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ ເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນວ ໄດ້ໃຫ້ຮູ້ວ່າ: ທ້າວ ຕ້ອມ ອາຍຸ 29 ປີ ພັກອາໃສຢູ່ຫ້ອງເຊົ່າ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນເປົ້າໝາຍຄ້າຂາຍຢາເສບຕິດ; ເຊິ່ງເຈົ້າໜ້າທີ່ສາມາດກັກຕົວໄດ້ ພ້ອມກັບຂອງກາງຢາບ້າຈໍານວນ 901 ເມັດ ໃນວັນທີ 14 ສິງຫາ 2020 ໃນຂະນະທີ່ຢືນລໍຖ້າໝູ່ມາຮັບ ເພື່ອຈະອອກໄປກິນເຂົ້າທ່ຽງ.

ຜ່ານການສອບປາກຄໍາເບື້ອງຕົ້ນ ທ້າວ ຕ້ອມ ຍອມຮັບສາລະພາບວ່າ: ຕົນເອງໄດ້ເລີ່ມພົວພັນຊື້-ຂາຍຢາເສບຕິດ ມາແຕ່ປີ 2007 ເຊິ່ງແມ່ນໄດ້ຊື້ນໍາຊາຍຄົນໜຶ່ງ, ບໍ່ຮູ້ບ້ານ, ເບື້ອງຕົ້ນແມ່ນຮູ້ຈັກກັນແບບໝູ່ຕໍ່ໝູ່. ຈາກນັ້ນ, ກໍໄດ້ພົວພັນຊື້-ຂາຍຢາເສບຕິດນໍາກັນຫຼາຍຄັ້ງ, ໂດຍຊື້ຄັ້ງລະ 200 ເມັດ ຈຸດນັດສົ່ງຢາກັນໃນແຕ່ລະຄັ້ງແມ່ນຢູ່ຕາມເສັ້ນທາງຕ່າງ. ຫຼັງຈາກໄດ້ຢາບ້າມາແລ້ວ ກໍ່ນໍາໄປຂາຍຕໍ່ໃຫ້ກັບໄວລຸ້ນຢູ່ພາຍໃນບ້ານ ແລະ ໃນຄັ້ງລ່າສຸດຄື: ວັນທີ 13 ສິງຫາ 2020 ເວລາປະມານ 19:00 ໂມງ ຕົນໄດ້ໂທສັ່ງຊື້ຢານໍາຊາຍຄົນດັ່ງກ່າວອີກ ຈໍານວນ 1000 ເມັດ ແລ້ວເອົາມາແບ່ງຂາຍໃຫ້ກັບພວກໄວລຸ້ນຄືເກົ່າ, ຕົກມາຮອດວັນທີ 14 ສິງຫາ 2020 ຕົນລໍກໍາລັງຢືນຖ້າໝູ່ມາຮັບ ເພື່ອໄປກິນເຂົ້າທ່ຽງ, ຈຶ່ງຖືກເຈົ້າ ໜ້າທີ່ເຂົ້າຈັບຕົວ ພ້ອມກັບຂອງກາງຢາບ້າຈໍານວນ 901 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງເສື້ອຂອງຜູ້ກ່ຽວ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ອີກວ່າ: ທ້າວ ຕ້ອມ ແມ່ນເຄີຍຖືກຈໍາຄຸກຢູ່ ປກສ ເມືອງໄຊທານີ ເປັນເວລາ 5 ປີ ໃນສະຖານຄ້າຂາຍຢາເສບຕິດ ແລະ ຫາກໍທີ່ພົ້ນໂທດອອກມາຕົ້ນປີ 2020.

ປັດຈຸບັນຄະດີລາຍນີ້, ແມ່ນຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດຳເນີນຄະດີຕາມກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...