spot_img
Homeຂ່າວທ້ອງຖິ່ນອາເມລິກາ ປະຕິເສດເຂົ້າຮ່ວມໂຄງການພັດທະນາວັກຊີນໂຄວິດ-19 ເພາະໂຄງການນີ້ລິເລີ່ມໂດຍ WHO

ອາເມລິກາ ປະຕິເສດເຂົ້າຮ່ວມໂຄງການພັດທະນາວັກຊີນໂຄວິດ-19 ເພາະໂຄງການນີ້ລິເລີ່ມໂດຍ WHO

Published on

ເວັບໄຊ posttoday ລາຍງານວ່າ ທ່ານ ຈັດ ເດຍ ໂຄສົກທຳນຽບຂາວເຜີຍວ່າ ອາເມລິກາຈະບໍ່ເຂົ້າຮ່ວມໂຄງການພັດທະນາ ແລະ ຈັດຫາວັກຊີນໂຄວິດ-19 ກັບນານາຊາດ ເນື່ອງຈາກເປັນໂຄງການຂອງອົງການອານາໄມໂລກ ທີ່ ທຣໍ້າ ກ່າວຫາວ່າບໍ່ສັດຊື່.

ທ່ານ ເດຍ ຍັງລະບຸອີກວ່າ ທຣໍ້າຈະທຸ່ມງົບປະມານບໍ່ອັ້ນເພື່ອສ້າງຄວາມໝັ້ນໃຈວ່າວັກຊີນໂຄວິດ-19 ຂອງ ອາເມລິກາຜ່ານມາດຕະຖານລະດັບສຸງຂອງສຳນັກງານຄະນະກຳມະທິການອາຫານ ແລະ ຢາ ດ້ານຄວາມປອດໄພ ແລະ ປະສິດທິພາບ.

ຂະນະນີ້ກວ່າ 170 ປະເທດກຳລັງຫາລືໃນການເຂົ້າຮ່ວມໂຄງການພັດທະນາ ແລະ ຈັດຫາວັກຊີນ Covax ເຊິ່ງນຳໂດຍອົງການອານາໄມໂລກ ເພື່ອຊ່ວຍໃຫ້ແຕ່ລະປະເທດເຂົ້າເຖິງວັກຊີນໂຄວິດ-19 ຢ່າງເທົ່າທຽມ ໂດຍຕັ້ງເປົ້າໝາຍວ່າຈະຊື້ວັກຊີນໃຫ້ໄດ້ຢ່າງໜ້ອຍ 2,000 ລ້ານໂດສພາຍໃນປີ 2021 ແລ້ວແຈກຢາຍໄປທົ່ວໂລກ ແຕ່ຈົນເຖິງຕອນນີ້ຍັງຈັດຫາໄດ້ພຽງ 300 ລ້ານໂດສເທົ່ານັ້ນ.

ການປະຕິເສດເຂົ້າຮ່ວມກັບ WHO ເກີດຂຶ້ນຫຼັງຈາກທຣໍ້າປະກາດຖອນຕົວຈາກ WHO ເມື່ອເດືອນກໍລະກົດທີ່ຜ່ານມາ ໂດຍອ້າງວ່າ WHO ຢູ່ພາຍໃຕ້ອິດທິພົນຂອງຈີນຫຼາຍຈົນເກີນໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...