spot_img
Homeຂ່າວທ້ອງຖິ່ນ"ດູເຕີເຕ" ອະນຸຍາດໃຫ້ກົມພາສີຍິງຜູ້ລັກລອບຂາຍຢາເສບຕິດເຂົ້າປະເທດໄດ້ທັນທີ

“ດູເຕີເຕ” ອະນຸຍາດໃຫ້ກົມພາສີຍິງຜູ້ລັກລອບຂາຍຢາເສບຕິດເຂົ້າປະເທດໄດ້ທັນທີ

Published on

ເວັບໄຊ posttoday ລາຍງານວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟິລິບປິນ ກ່າວຫຼັງ ປະຊຸມຄະນະລັດຖະມົນຕີວ່າ ໄດ້ອອກຄຳສັ່ງອະນຸມັດໃຫ້ ທ່ານ ເຣຍ ລີໂອນາໂດ ເກີເຣໂຣ ຫົວໜ້າກົມພາສີ ວິສາມັນຄາດຕະກຳຜູ້ລັກລອບຂາຍຢາເສບຕິດເຂົ້າປະເທດໄດ້ທັນທີ ແລະ ກ່ອນໜ້ານີ້ຍັງອະນຸມັດໃຫ້ກົມພາສີຊື້ອາວຸດເພີ່ມຕາມຄຳຂໍຂອງຫົວໜ້າກົມອີກດ້ວຍ.

ຄຳກ່າວນີ້ຖືເປັນໜຶ່ງໃນການປະກາດເສິກທີ່ຊັດເຈນໄປເຖິງຜູ້ຄ້າຢາເສບຕິດນັບຕັ້ງແຕ່ດູເຕີເຕປະກາດສົງຄາມກັບຢາເສບຕິດແບບໜັກໜ່ວງເມື່ອ 4 ປີທີ່ຜ່ານມາ.

ປັດຈຸບັນ, ມີຜູ້ຕ້ອງສົງໃສກ່ຽວຂ້ອງກັບຢາເສບຕິດຖືກວິສາມັນຄາດຕະກຳໄປແລ້ວກວ່າ 5,700ຄົນ ເຮັດໃຫ້ກຸ່ມເຄື່ອນໄຫວເພື່ອສິດທິມະນຸດ ແລະ ລັດຖະບານຕະເວັນຕົກວິພາກວິຈານລັດຖະບານຟິລິບປິນຢ່າງໜັກ ລວມເຖິງມີການຮຽກຮ້ອງໃຫ້ສານອາຍາລະຫວ່າງປະເທດສອບສວນການວິສາມັນຄາດຕະກຳໃນສົງຄາມຢາເສບຕິດຂອງຟິລິບປິນ.

ຂະນະທີ່ທ່ານ ດູເຕີເຕ ປະຕິເສດຂໍ້ກ່າວຫາວິສາມັນຄາດຕະກຳມາໂດຍຕະຫຼອດ ໂດຍລະບຸວ່າຜຸ້ຖືກຫາທີ່ຖືກວິສາມັນຄາດຕະກຳນັ້ນສ່ວນໃຫຍ່ຕໍ່ສູ້ ຫຼື ຄຸກຄາມຊີວິດຂອງເຈົ້າໜ້າທີ່ໃນເວລາປະຕິບັດໜ້າທີ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...