spot_img
Homeຂ່າວທ້ອງຖິ່ນສ.ຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານນັກຮົບກອງທັບປະຊາຊົນລາວ

ສ.ຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານນັກຮົບກອງທັບປະຊາຊົນລາວ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ໃນວັນທີ 27 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ ຮ່ວມກັບ ກະຊວງປ້ອງ ກັນປະເທດ ແຫ່ງ ສປປລາວ ໄດ້ຈັດພິທີປະດັບຫຼຽນກາເສີມສ້າງມິດຕະພາບທາງດ້ານການທະຫານຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ-ນັກຮົບ ກອງທັບປະຊາຊົນ ລາວ, ຈຳນວນ 20 ສະຫາຍ ທີ່ມີຜົນງານດີເດັ່ນປະກອບສ່ວນເຮັດສຳເລັດໜ້າທີ່ໃນການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງຮ່ວມກັບກອງກວດກູ້ມິນສາກົນ ກອງ ທັບ ສ.ຣັດເຊຍ ໃນສົກປີ 2019-2020. ໂດຍການຮ່ວມຂອງ ທ່ານ ບາຣາດີເມຍ ກາຣີນິນ ເອກອັກຄະລັດຖະທູດ ຜູ້ມີອຳນາດ ເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ, ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີຄະນະຊີ້ນຳ, ຄະນະຮັບຜິດຊອບໜ່ວຍງານ ກວດກູ້ລະເບີດບໍ່ທັນແຕກ ແລະ ພະນັກງານ- ນັກຮົບສອງກອງທັບ ລາວ-ຣັດເຊຍ ເຂົ້າຮ່ວມ.

ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວວ່າ: ສອງປະເທດ ລາວ-ຣັດເຊຍ ມີສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມມາແຕ່ຍາວນານຈົນເຖິງປັດຈຸບັນ, ການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໃນສົກປີ 2019-2020, ເຊິ່ງຜົນໄດ້ຮັບຕົວຈິງທີ່ ໄດ້ຮັບຮອງຈາກຄະນະກຳມະການຄຸ້ມຄອງລະ ເບີດແຫ່ງຊາດແມ່ນສາມາດກວດກູ້ລະເບີດບໍ່ທັນແຕກໄດ້ທັງໝົດ10,15 ເຮັກຕາ, ລະເບີດກວດກູ້ ໄດ້ມີ: ບົ່ມ 500 ປອນ 1 ໜ່ວຍ, ບົ່ມບີຊະນິດ ຕ່າງໆ 111 ໜ່ວຍ, ມິນ 1 ໜ່ວຍ ແລະ ລະເບີດບໍ່ທັນແຕກຊະນິດອື່ນໆ ອີກຈຳນວນ 724 ໜ່ວຍ ລວມທັງໝົດ 876 ໜ່ວຍ.

ຜົນສຳເລັດຄັ້ງນີ້ໄດ້ຢັ້ງຢືນເຖິງປະສິດທິຜົນໃນ ການຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະກຳລັງປະກອບອາວຸດ ສ.ຣັດເຊຍ ທີ່ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງ 2 ປະ ເທດ ລາວ-ຣັດເຊຍ ໄດ້ເພີ່ມທະວີຂື້ນ ແລະ ທັງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ລັດຖະບານ ລາວ-ຣັດເຊຍ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ເປັນການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ແລະ ການ ດໍາລົງຊີວິດທີ່ເປັນປົກກະຕິຂອງປະຊາຊົນລາວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປໃນອະນາ ຄົດຂ້າງໜ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...