spot_img
Homeຂ່າວທ້ອງຖິ່ນບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນບໍ່ອະນຸມັດຈ່າຍເງິນປັນຜົນ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນບໍ່ອະນຸມັດຈ່າຍເງິນປັນຜົນ

Published on

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL – Gen) ໄດ້ແຈ້ງໃຫ້ຜູ້ຖືຫຸ້ນວ່າບໍ່ອະນຸມັດຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດຂອງບໍລິສັດໃນໄລຍະ 6 ເດືອນຕົ້ນປີ 2020 ເນື່ອງຈາກການຜະລິດໄຟຟ້າບໍ່ໄດ້ຕາມແຜນທີ່ວາງໄວ້.

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ອອກໜັງສືໃບລາຍງານຂອງ ບໍລິສັດ ເລກທີ 136/ຜ-ຟຟລ ລົງວັນທີ 25 ສິງຫາ 2020 ກ່ຽວກັບການແຈ້ງມະຕິທີ່ສໍາຄັນຂອງກອງປະຊຸມສະພາບໍລິຫານສະໄໝສາມັນຄັ້ງທີ 3/2020 ຕໍ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ຮັບຊາບໂດຍມີວາລະສໍາຄັນ ດັ່ງນີ້:

1. ກ່ຽວກັບການຮັບຮອງເອົາບົດລາຍງານການດໍາເນີນທຸລະກິດ ລວມທັງລາຍງານການເງິນຂອງບໍລິສັດ 6 ເດືອນຕົ້ນປີ 2020 (01/01/2020 – 30/06/2020) ເຊິ່ງຜູ້ກວດສອບພາຍນອກໄດ້ມີການທົບທວນແລ້ວ ແລະ ໃຫ້ນໍາເລື່ອງນີ້ລາຍງານຕໍ່ກອງປະຊຸມສາມັນຜູ້ຖືຫຸ້ນ ປະຈໍາປີ 2020 ເພື່ອພິຈາລະ ນາຮັບຮອງ.

2. ອະນຸມັດບໍ່ຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດຂອງບໍລິສັດ 6 ເດືອນຕົ້ນປີ 2020 (01/01/2020 – 30/06/2020) ເນື່ອງຈາກສະພາບອາກາດໃນລະດູຝົນບໍ່ເອື້ອອໍານວຍ, ແຫ້ງແລ້ງ, ຝົນບໍ່ຕົກຖືກຕາມລະດູການ ສົ່ງຜົນເຮັດໃຫ້ມີນໍ້າບໍ່ພຽງພໍເຂົ້າໃນການຜະລິດພະລັງງານໄຟຟ້າ ແລະ ເຮັດໃຫ້ການຜະລິດບໍ່ໄດ້ຕາມແຜນທີ່ວາງໄວ້ ລວມທັງການຜະລິດຂອງບັນດາເຂື່ອນຜູ້ຜະລິດໄຟຟ້າເອກະລາດທີ່ບໍລິສັດເຂົ້າຖືຫຸ້ນ ບໍ່ສາມາດຜະລິດພະລັງງານໄຟຟ້າໄດ້ຕາມແຜນການ.

ດັ່ງນັ້ນ, ຈຶ່ງໄດ້ສົ່ງຜົນກະທົບໃຫ້ບໍລິສັດຂາດທຶນເປັນຈໍານວນເງິນ 15,53 ຕື້ກີບ ແລະ ໃຫ້ນໍາເລື່ອງນີ້ລາຍງານຕໍ່ກອງປະຊຸມສາມັນຜູ້ຖືຫຸ້ນ ປະຈໍາປີ 2020 ເພື່ອພິຈາລະນາອະນຸມັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...