Homeຂ່າວທ້ອງຖິ່ນຮູບປັ້ນພະພຸດທະຮູບໃຫຍ່ສູງ 100ແມັດ ຈະສ້າງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ

ຮູບປັ້ນພະພຸດທະຮູບໃຫຍ່ສູງ 100ແມັດ ຈະສ້າງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເຊິ່ງເປັນຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫຼວງ ມີແຜນຈະສ້າງຮູບປັ້ນພະພຸດທະຮູບໃຫຍ່, ເຊິ່ງມີຄວາມສູງປະມານ 100 ແມັດ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ທີ່ຕັ້ງຢູ່ຈຸດໃຈກາງນະຄອນຫຼວງວຽງຈັນ. ທັງນີ້, ກໍເພື່ອເປັນການດຶງດູງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວສະຖານທີ່ດັ່ງກ່າວ ໃຫ້ນັບມື້ຫຼາຍຂຶ້ນ.

ອີງຕາມຂໍ້ມູນຈາກຜູ້ພັດທະນາໂຄງການລະບຸວ່າ: ຈຸດປະສົງໃນການສ້າງພະພຸດທະຮູບດັ່ງກ່າວ ກໍເນື່ອງຈາກວ່າ ພະພຸດທະຮູບເປັນທີ່ນັບຖື/ເຊື່ອຖື ຂອງຊາວສາສະໜາພຸດທັງຫຼາຍ ນັບທັງ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ເຊັ່ນ: ໄທ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ກໍຄືທົ່ວໂລກ.

ພາຍຫຼັງສ້າງສຳເລັດແລ້ວ ຈະສາມາດດຶງດູດຜູ້ທີ່ນັບຖືສາສະໜາພຸດ ກໍຄື ນັກທ່ອງທ່ຽວຈາກປະເທດອ້ອມຂ້າງ ແລະ ຈາກທົ່ວທຸກມູມໂລກ ເຂົ້າມາກາບໄຫວ້ບູຊາ ເປັນຈຳນວນຫຼວງຫຼາຍໃນແຕ່ລະປີ, ເຊິ່ງເປັນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ເຊິ່ງຈະສ້າງລາຍຮັບໃຫ້ກັບປະເທດ ແລະ ປະຊາຊົນລາວ ເປັນຈຳນວນຫຼວງຫຼາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...