spot_img
Homeຂ່າວຕ່າງປະເທດຈີນປະກາດຫາກວັກຊີນໂຄວິດ-19 ສຳເລັດ 6 ປະເທດລຸ່ມນໍ້າຂອງຈະໄດ້ຮັບກ່ອນໝູ່

ຈີນປະກາດຫາກວັກຊີນໂຄວິດ-19 ສຳເລັດ 6 ປະເທດລຸ່ມນໍ້າຂອງຈະໄດ້ຮັບກ່ອນໝູ່

Published on

ເວັບໄຊຂ່າວ sanook ລາຍງານເມື່ອວັນທີ 24 ສິງຫາ ວ່າ ທ່ານ ຫຼີ່ເຄີ່ສຽງ ນາຍົກລັດຖະມົນຕີຈີນ ເປີດເຜີຍວ່າ ຈີນຈະໃຫ້ຄວາມສຳຄັນກັບການຈັດສັນວັກຊີນປ້ອງກັນໂຄວິດ-19 ແກ່ກຸ່ມປະເທດລຸ່ມແມ່ນໍ້າຂອງກ່ອນໝູ່ ເມື່ອວັກຊີນໄດ້ຮັບການພັດທະນາຈົນສຳເລັດ ແລະ ຖືກນຳໄປໃຊ້ໄດ້ແທ້.

ທ່ານ ຫຼີ່ ໄດ້ກ່າວໃນລະຫວ່າງການປະຊຸມຜູ້ນຳຄວາມຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LMC) ຄັ້ງທີ 3 ຜ່ານລະບົບວິດີໂອ ໂດຍລະບຸວ່າຈີນຈະຈັດຕັ້ງກອງທຶນພິເສດເພື່ອສົ່ງເສີມພາກສາທາລະນະສຸກພາຍໃຕ້ຄວາມຮ່ວມຂອງກອງທຶນພິເສດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LMC Special Fund) ແລະ ຈະເດີນໜ້າຈັດສັນອຸປະກອນປ້ອງກັນໂຣກລະບາດ ແລະ ການສະໜັບສະໜູນທາງເທັກນິກແກ່ກຸ່ມປະເທດລຸ່ມແມ່ນໍ້າຂອງຕໍ່ໄປ.

ນອກຈາກນັ້ນ, ທ່ານ ຫຼີ່ ເນັ້ນຢໍ້າເຖິງຄວາມສຳຄັນຂອງຄວາມເປັນນໍ້າໜຶ່ງໃຈດຽວກັນ ແລະ ຄວາມຮ່ວມມືໃນການຕໍ່ສູ້ກັບການລະບາດໃຫຍ່ທົ່ວໂລກ ພ້ອມກ່າວເສີມວ່າ ຈີນຍິນດີດຳເນີນງານຮ່ວມກັບກຸ່ມປະເທດລຸ່ມແມ່ນໍ້າຂອງ ເພື່ອສະໜັບສະໜູນການທຳງານຂອງອົງການອານາໄມໂລກ (WHO)

ທັງນີ້, ກຸ່ມປະເທດລຸ່ມແມ່ນໍ້າຂອງປະກອບມີ: ປະເທດລາວ, ກຳປູເຈຍ, ມຽນມາ, ຫວຽດນາມ, ໄທ ແລະ ຈີນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...