spot_img
Homeຂ່າວທ້ອງຖິ່ນຄົນລາວເສຍຊີວິດປິດສະໜາຢູ່ໄທ! ຊາວບ້ານແຕກຕື່ນຢ້ານຜູ້ຕາຍຕິດເຊື້ອໂຄວິດ-19

ຄົນລາວເສຍຊີວິດປິດສະໜາຢູ່ໄທ! ຊາວບ້ານແຕກຕື່ນຢ້ານຜູ້ຕາຍຕິດເຊື້ອໂຄວິດ-19

Published on

ເວັບໄຊຂ່າວ mgronline ລາຍງານ ເມື່ອວັນທີ 18 ສິງຫາ 2020ວ່າ ເຈົ້າໜ້າທີ່ຕຳຫຼວດ ອຳເພີ ໜອງຫານ ຈັງຫວັດອຸດອນທານີ ຮັບແຈ້ງວ່າມີຄົນເສຍຊີວິດໂດຍບໍ່ຮູ້ສາເຫດ ທີ່ບ້ານໜອງລາດ, ຕຳບົນ ໜອງເມັກ, ອຳເພີ ໜອງຫານ,​ ຈັງຫວັດອຸດອນທານີ. ຫຼັງຈາກໄດ້ຮັບແຈ້ງເຫດເຈົ້າໜ້າທີ່ຕຳຫຼວດພ້ອມທີມແພດຈາກໂຮງໝໍໜອງຫານ ແລະ ເຈົ້າໜ້າທີ່ກູ້ໄພສົ່ງເສີມທຳ ອຳເພີໜອງຫານ ໄດ້ເຂົ້າກວດສອບສະຖານທີ່ເກີດເຫດ.

ຜູ້ເສຍຊີວິດມີຊື່ວ່າ ທ້າວ ຄຳປູນ ພິມຜາດີ ອາຍຸ 61ປີ ເປັນຄົນສັນຊາດລາວ ເສຍຊີວິດໃນລັກສະນະນອນຄວໍ້າໜ້າຢູ່ບໍລິເວນຕຽງ ໃນຂະນະທີ່ຊາວບ້ານຕ່າງພາກັນຢ້ານກົວ ເພາະຢູ່ດີໆ ທ້າວ ຄຳປູນ ກໍ່ເສຍຊີວິດ ໂດຍຢ້ານຜູ້ເສຍຊີວິດເດີນທາງເຂົ້າມາໃນປະເທດອາດຈະມີເຊື້ອໄວຣັດໂຄວິດ-19, ຕໍ່ມາເຈົ້າໜ້າທີ່ກູ້ໄພ ແລະ ທີມແພດໄດ້ເຂົ້າກວດສອບສົບ ແລະ ເຮັດການຫໍ່ສົບດ້ວຍຜ້າຂ້າເຊື້ອເຖິງ 3 ຊັ້ນ ກ່ອນຈະໃຫ້ຍາດນຳໄປປະກອບພິທີທາງສາດສະໜາໂດຍການເຜົາທັນທີ.

ທັງນີ້, ແພດໂຮງໝໍໜອງຫານໄດ້ນຳເສດຊີ້ນບໍລິເວນໃນໂພ່ງປາກຂອງຜູ້ຕາຍໄປກວດຫາເຊື້ອໂຄວິດ-19 ຄາດວ່າວັນທີ 19 ສິງຫານີ້ ຈະຮູ້ຜົນກວດ.

ທ້າວ ສົມພອນ ແສນຍາງນອກ ອາຍຸ 54ປີ ເລົ່າວ່າ ຜູ້ຕາຍພ້ອມກັບເມຍທີ່ເປັນຄົນລາວ ເດີນທາງມາແຕ່ນະຄອນຫຼວງວຽງຈັນ ໄດ້ນັ່ງເຮືອພາຍຂ້າມຝັ່ງຈາກປະເທດລາວມາຢາມລູກສາວທີ່ຫາກໍ່ແຕ່ງງານກັບຄົນໃນໝູ່ບ້ານເມື່ອ 2 ອາທິດທີ່ຜ່ານມາ. ກ່ອນເກີດເຫດ, ຕອນເຊົ້າຜູ້ຕາຍມານັ່ງຫຼິ້ນທີ່ບໍລິເວນຕຽງໜ້າເຮືອນຂອງນ້ອງຊາຍຕົນທີ່ຢູ່ຕິດກັບເຮືອນຂອງຕົນເອງ ແລະ ຕົນກັບຄົນຕາຍກໍ່ໄດ້ນັ່ງລົມກັນດີໆ ເຫັນຜູ້ຕາຍຈົ່ມວ່າປ່ວຍເປັນເບົາຫວານ, ໂຣກຄວາມດັນສູງ. ຈາກນັ້ນກໍ່ເຫັນຜູ້ຕາຍຍ່າງໄປນັ່ງຢູ່ຕຽງ ແລະ ຮາກອອກເປັນເລືອດ ພໍນັ່ງໄດ້ບໍ່ດົນກໍ່ເຫັນຜູ້ຕາຍລົ້ມຟຸບລົງທັນທີ ຕົນເອງກໍ່ຕົກໃຈ ຈ່ຶ່ງຮີບໂທແຈ້ງນາຍບ້ານເພື່ອໃຫ້ນາຍບ້ານໂທແຈ້ງຕຳຫຼວດທັນທີ ແລະ ຂະນະນີ້, ຊາວບ້ານກໍ່ພາກັນແຕກຕື່ນ ເພາະຢູ່ໆ ກໍ່ມີຄົນຕາຍໃນໝູ່ບ້ານ ແລະ ເປັນຄົນທີ່ເດີນທາງມາຈາກປະເທດເພື່ອນບ້ານ ຢ້ານຈະມີເຊື້ອໄວຣັດໂຄວິດ-19 ເຂົ້າມານຳ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...