spot_img
Homeຂ່າວຕ່າງປະເທດຣັດເຊຍກຽມຂາຍວັກຊີນໂຄວິດ-19ໃຫ້ກັບ 20 ປະເທດ

ຣັດເຊຍກຽມຂາຍວັກຊີນໂຄວິດ-19ໃຫ້ກັບ 20 ປະເທດ

Published on

ວັນທີ 16 ສິງຫາ ທີ່ຜ່ານມາ ສຳນັກຂ່າວຣັດເຊຍລາຍງານວ່າ ກະຊວງສາທາລະນະສຸກໄດ້ເລີ່ມການຜະ ລິດວັກຊີນຕ້ານໄວຣັດຄວິດ-19 ທີ່ມີຊື່ຮຽກວ່າ “Sputnik V” ງວດທຳອິດແລ້ວ ຕາມທີ່ໄດ້ມີການປະກາດກ່ອນໜ້ານີ້. ໂດຍຣັດເຊຍມີແຜນຈະແຈກຈ່າຍວັກຊີນໃຫ້ກັບປະຊາຊົນກຸ່ມທຳອິດ ເຊິ່ງກໍຄືບຸກຄະລາກອນທາງການແພດ, ຄູ ແລະ ກຸ່ມສ່ຽງອື່ນໆພາຍໃນເດືອນສິງຫາ 2020. ຫຼັງຈາກນັ້ນໃນເດືອນຕຸລາເປັນຕົ້ນໄປຈຶ່ງຈະເລີ່ມແຈກຈ່າຍໃຫ້ກັບປະຊາຊົນທົ່ວໄປເປັນວົງກວ້າງໃນທົ່ວປະເທດ.

ທັງນີ້, ເນື່ອງຈາກວ່າວັກຊີນດັ່ງກ່າວນີ້ຖືກພັດທະນາຂຶ້ນມາຢ່າງວ່ອງໄວ ແລະ ມີການຫຼຸດໄລຍະເວລາໃນການທົດລອງວັກຊີນລົງ ເຮັດໃຫ້ຫຼາຍປະເທດມີຄວາມກັງວົນກ່ຽວກັບຄວາມປອດໄພຂອງວັກຊີນດັ່ງກ່າວນີ້.

ອີງຕາມຂໍ້ມູນຈາກ Kirill Dmitriyev ຫົວໜ້າຫແຫຼ່ງທຶນເພື່ອການລົງທຶນຂອງຣັດເຊຍ ເຊິ່ງສະ ໜອງທຶນໃຫ້ແກ່ການໂຄງການຜະລິດວັກຊີນນີ້ເປີດເຜີຍວ່າ ຕອນນີ້ມີຄຳຮ້ອງສັ່ງຊື້ວັກຊີນນີ້ແລ້ວຫຼາຍກວ່າ 1 ຕື້ໂດສ (doses) ຈາກ 20 ປະເທດ ແຕ່ບໍ່ມີການເປີດເຜີຍວ່າມີປະເທດໃດແດ່. ແຕ່ໃນນັ້ນ ມີຂໍ້ມູນອອກມາວ່າ ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ສົນໃຈ ແລະ ສັ່ງຊື້ວັກຊີນໂຄວິດ-19 ຈາກຣັດເຊຍ ແຕ່ກໍເຊັ່ນເຄີຍ ບໍ່ມີການລະບຸວ່າຈຳນວນທີ່ໄດ້ສັ່ງຊື້ ແລະ ເມື່ອໃດຈະໄດ້ຮັບວັກຊີນ. ຂະນະທີ່ຫວຽດນາມເອງກໍໄດ້ມີການພັດທະນາວັກຊີນໂຄວິດ-19 ເຊັ່ນກັນ ເຊິ່ງກະຊວງສາທາລະນະສຸກຂອງເຂົາເຈົ້າກ່າວວ່າ ວັກຊີນທີ່ຄິດຄົ້ນເອງຈະພ້ອມນຳໃຊ້ພາຍໃນທ້າຍປີ 2021.

ວັກຊີນທີ່ຜະລິດໂດຍຣັດເຊຍ, Dmitriyev ບອກວ່າ ຣັດເຊຍ ແລະ ຄູ່ຮ່ວມມືຈະຜະລິດວັກຊີຍໃຫ້ໄດ້ 500 ລ້ານໂດສຕໍ່ປີ ໃນ 5 ປະເທດ ໂດຍວາງແຜນໄວ້ວ່າຈະສົ່ງມອບວັກຊີນໃຫ້ກັບປະເທດອື່ນໆພາຍໃນເດືອນພະຈິກ 2020 ເປັນຕົ້ນໄປ. ໃນຂະນະທີ່ລາຄາຂອງວັກຊີນນີ້ກໍຍັງບໍ່ທັນມີການເປີດເຜີຍເທື່ອ ແຕ່ທີ່ຜ່ານມາໃນການພັດທະນາວັກຊີນໂຄວິດ-19 ນັ້ນ ມີການຄາດຄະເນລາຄາວ່າ ອາດສູງເຖິງ 40 ໂດລາໃນປະເທດທີ່ມີລາຍໄດ້ສູງ ເຊິ່ງລາຄາໃນປະເທດທີ່ມີລາຍໄດ້ຕໍ່າອາດຈະມີລາຄາທີ່ຕໍ່າລົງ ທັງນີ້ກໍອາດຂຶ້ນກັບການເຈລະຈາຊື້ຂາຍເຊັ່ນກັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...