Homeຂ່າວຕ່າງປະເທດຣັດເຊຍເປັນປະເທດທຳອິດທີ່ຈົດທະບຽນວັກຊີນຕ້ານໄວຣັດໂຄວິດ-19

ຣັດເຊຍເປັນປະເທດທຳອິດທີ່ຈົດທະບຽນວັກຊີນຕ້ານໄວຣັດໂຄວິດ-19

Published on

ເວັບໄຊຂ່າວ forbes ລາຍງານເມື່ອວັນທີ 11 ສິງຫາ 2020 ວ່າ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍກ່າວວ່າ ວັກຊີນຕ້ານໄວຣັດໂຄວິດ-19 ໄດ້ຜ່ານການທົດສອບຢ່າງຖືກຕ້ອງ ແລະ ພິສູດໄດ້ວ່າມີຄວາມປອດໄພແທ້ ສິ່ງສຳຄັນທີ່ສຸດໃນຕອນນີ້ຄື ຫຼັກປະກັນຄວາມປອດໄພ ແລະ ພ້ອມໃຊ້ງານຢ່າງມີປະສິດທິພາບ ຈຶ່ງຖືໄດ້ວ່າເປັນປະເທດທຳອິດທີ່ຈົດທະບຽນວັກຊີນຕ້ານໄວຣັດ ໂຄວິດ-19.

ທ່ານ ປູຕິນ ກ່າວຕື່ມອີກວ່າ ໜຶ່ງໃນລູກສາວສອງຄົນຂອງຕົນໄດ້ທົດລອງວັກຊີນສອງເຂັມ ແລະ ມີອາການປົກກະຕິດີ ໂດຍມື້ທຳອິດອຸນຫະພູມຢູ່ທີ່ 38 ອົງສາ ຫຼັງສັກວັກຊີນ ແຕ່ໃນວັນຕໍ່ມາອຸນຫະພູມຫຼດລົງເຫຼືອ 37 ອົງສາ ຈາກນັ້ນການສັກວັກຊີນເຂັມທີ 2 ອຸນຫະພູມຮ່າງກາຍກໍ່ສູງຂື້ນອີກ ແລະ ຫຼຸດລົງຕອນນີ້ຮ່າງກາຍແຂງແຮງດີ ພົບມີພູມຕ້ານທານຢູ່ຫຼາຍໃນຮ່າງກາຍ.

ກ່ອນໜ້ານີ້,​ ຣັດເຊຍໄດ້ປະກາດວ່າ ບຸກຄະລາກອນທາງການແພດ, ນັກຊ່ຽວຊານ ແລະ ກຸ່ມສ່ຽງຈະເປັນກຸ່ມທຳອິດທີ່ໄດ້ຮັບການສັກວັກຊີນທົດລອງ ເຊິ່ງເປັນໄປໂດຍສະໝັກໃຈ ສ່ວນການສັກວັກຊີນກຸ່ມໃຫ່ຍໃຫ້ກັບປະຊາຊົນນັ້ນຈະເລີ່ມເດືອນກັນຍານີ້ ແລະ ສັກໃຫ້ປະຊາຊົນທົ່ວໄປເດືອນຕຸລານີ້.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...