Homeຂ່າວຕ່າງປະເທດທຣໍ້າ ຢືນຢັນວັກຊີນໂຄວິດ-19 ຂອງອາເມລິກາຈະພ້ອມໃຊ້ງານໃນເດືອນພະຈິກນີ້

ທຣໍ້າ ຢືນຢັນວັກຊີນໂຄວິດ-19 ຂອງອາເມລິກາຈະພ້ອມໃຊ້ງານໃນເດືອນພະຈິກນີ້

Published on

ເວັບໄຊ independent ລາຍງານເມື່ອວັນທີ 6 ສິງຫາວ່າ ທ່ານ ໂດນັລ ທຣໍ້າ ປະທານາທິບໍດີ ສ. ອາເມລິກາ ໃຫ້ສຳພາດສະແດງຄວາມເຫັນເຖິງຄວາມເປັນໄປໄດ້ທີ່ ສ.ອາເມລິກາ ຈະພັດທະນາວັກຊີນໂຄວິດ-19 ຈົນສຳເລັດ ແລະ ຜະລິດອອກສູ່ຕະຫຼາດໄດ້ກ່ອນການເລືອກຕັ້ງທົ່ວໄປຂອງ ສ.ອາເມລິກາ ທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກ 2020ນີ້ ໂດຍປະທານາທິບໍດີ ທຣໍ້າ ຢືນຢັນໃນການໃຫ້ສຳພາດວ່າ ວັກຊີນໂຄວິດ-19 ຄວນພ້ອມໃຊ້ງານໃຫ້ໄດ້ໄວກວ່າທ້າຍປີນີ້.

ຄວາມໝັ້ນໃຈຂອງຜູ້ນຳ ສ. ອາເມລິກາ ຄົນນີ້ໄດ້ຂັດແຍ້ງກັບຂໍ້ມູນຂອງຜູ້ຊ່ຽວຊານດ້ານສາທາລະນະສຸກຫຼາຍຄົນ ໂດຍສະເພາະ ດຣ. ແອນໂທນີ ຟາວຊີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດເຊື້ອແຫ່ງ ສ.ອາເມລິກາ ທີ່ຢືນຢັນວ່າ ວັກຊີນໂຄວິດ-19 ຂອງອາເມລິກາ ຈະຍັງບໍ່ພ້ອມໃຊ້ງານໄປອີກຫຼາຍເດືອນ ໂດຍອາດຈະໃຊ້ງານໄດ້ໃນປີ 2021 ແຕ່ມັນກໍ່ມີຂໍ້ສົງໃສເຖິງການພັດທະນາວັກຊີນໃຫ້ສຳເລັດໃນທ້າຍປີນີ້ ແຕ່ທຸກຢ່າງມັນກໍ່ເກີດຂຶ້ນໄດ້.

ການໃຫ້ສຳພາດຂອງປະທານາທິບໍດີ ທຣໍ້າ ໃນຄັ້ງນີ້ຖືກຕັ້ງຄຳຖາມເຖິງຄວາມໜ້າເຊື່ອຖືອີກຄັ້ງ ຫຼັງຈາກວັນທີ 5 ສິງຫາ ເວັບໄຊ  npr ລາຍງານວ່າ ເຄືອຂ່າຍສັງຄົມອອນລາຍຢ່າງ Facebook ແລະ Twitter ໄດ້ປະກາດຖອນໂພສວິດີໂອຄລິບດັ່ງກ່າວຂອງປະທານາທິບໍດີ ໂດນັລ ທຣໍ້າ ດ້ວຍເຫດຜົນລະເມີດກ່ຽວກັບການເຜີຍແຜ່ຂໍ້ມູນເທັດ.

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...