spot_img
Homeຂ່າວຕ່າງປະເທດຫວຽດນາມຍອມຮັບການລະບາດໂຄວິດ-19 ຮອບໃໝ່ໃນດານັງຮຸນແຮງກວ່າຮອບທຳອິດ

ຫວຽດນາມຍອມຮັບການລະບາດໂຄວິດ-19 ຮອບໃໝ່ໃນດານັງຮຸນແຮງກວ່າຮອບທຳອິດ

Published on

ເວັບໄຊ vietnamnews.vn ລາຍງານ ເມື່ອວັນທີ 3 ສິງຫານີ້ ກະຊວງສາທາລະນະສຸກຂອງຫວຽດນາມອອກຖະແຫຼງການເມື່ອວ່າ ຈຳນວນຜູ້ເສຍຊີວິດສະສົມຈາກໂຣກໂຄວິດ-19 ເພີ່ມເປັນຢ່າງໜ້ອຍ 6 ຄົນ ແລະ ມີຜູ້ປ່ວຍຕິດເຊື້ອສະສົມ 621 ຄົນ ຮັກສາຫາຍແລ້ວ 373 ຄົນ ແລະ ຍັງເຫຼືອຜູ້ປ່ວຍທີ່ຕ້ອງຮັກສາຕົວໃນໂຮງໝໍ 242 ຄົນ.

ທ່ານ ຫວຽນ ທັນ ລອງ ລັດຖະມົນກະຊວງສາທາລະນະສຸກຂອງຫວຽດນາມ ກ່າວໃນຊ່ວງໜຶ່ງຂອງການຖະແຫຼງເມື່ອວັນອາທິດວ່າ ການສອບສວນຫາ “ແຫຼ່ງຕົ້ນຕໍແທ້ຈິງ” ຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໃນເມືອງດານັງ ເຊິ່ງພົບຜູ້ຕິດເຊື້ອໃນຊຸມຊົນເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາ ເປັນຄັ້ງທຳອິດໃນຮອບ 99 ວັນ ຍັງເປັນເລື່ອງຍາກ ເພາະຜົນການສອບສວນໂຣກບົ່ງຊີ້ວ່າຜູ້ປ່ວຍໄດ້ຮັບເຊື້ອຈາກສະຖານທີ່ຫຼາຍແຫ່ງ.

ນອກຈາກນີ້, ສາຍພັນຂອງເຊື້ອໄວຣັດໂຄໂຣນາທີ່ພົບຄັ້ງໃໝ່ໃນເມືອງດານັງ “ແຕກຕ່າງຫຼາຍ” ເມື່ອທຽບກັບເຊື້ອໄວຣັດໂຄໂຣນາທີ່ແຜ່ລະບາດເມື່ອຕົ້ນປີນີ້ ເພາະຕິດຕໍ່ກັນງ່າຍຫຼາຍ ໂດຍຜົນການວິເຄາະເບື້ອງຕົ້ນທາງລະບາດວິທະຍາພົບວ່າ ຕອນນີ້ຜູ້ປ່ວຍ 1 ຄົນ ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ເຖິງ 5-6 ຄົນ ແຕ່ອັດຕາການຕິດເຊື້ອເມື່ອຊ່ວງການລະບາດຮອບທຳອິດມີພຽງ 1.8 ເຖິງ 2.2 ຄົນ ຕໍ່ຜູ້ປ່ວຍ 1 ຄົນເທົ່ານັ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...