spot_img
Homeຂ່າວທ້ອງຖິ່ນໄລຍະວັນທີ 27 ກໍລະກົດ ຫາ 02 ສິງຫາ ຈະມີຝົນຕົກທົ່ວທຸກພາກ

ໄລຍະວັນທີ 27 ກໍລະກົດ ຫາ 02 ສິງຫາ ຈະມີຝົນຕົກທົ່ວທຸກພາກ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 27 ກໍລະກົດ ຫາ 29 ສິງຫາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບສົມມໍລະສຸມຕາ ເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ. ຈາກນັ້ນວັນທີ 30 ກໍລະກົດ ຫາ 02 ສິງຫາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ຄຳເຕືອນ: ໃນໄລຍະວັນທີ 29 ກໍລະກົດ ຫາ 02 ສິງຫາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...