spot_img
Homeຂ່າວຕ່າງປະເທດຫວຽດນາມອົບພະຍົບນັກທ່ອງທ່ຽວ 8 ໝື່ນຄົນອອກຈາກດານັງຫຼັງພົບຜູ້ຕິດເຊື້ອໂຄວິດ-19

ຫວຽດນາມອົບພະຍົບນັກທ່ອງທ່ຽວ 8 ໝື່ນຄົນອອກຈາກດານັງຫຼັງພົບຜູ້ຕິດເຊື້ອໂຄວິດ-19

Published on

ເວັບໄຊຂ່າວ dailynews ລາຍງານ ເມື່ອວັນທີ 27 ກໍລະກົດທີ່ຜ່ານມາ ກະຊວງຄົມມະນາຄົມຂອງຫວຽດນາມ ອອກຖະແຫຼງການເລື່ອງການປະສານງານກັບສາຍການບິນຫຼາຍແຫ່ງ ພ້ອມເລັ່ງດຳເນີນການຈັດທ້ຽວບິນພິເສດ ເພື່ອອົບພະຍົບນັກທ່ອງທ່ຽວປະມານ 80,000ຄົນອອກຈາກດານັງ ເນື່ອງຈາກພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ໃນເມືອງດານັງ 3 ກໍລະນີ ນັບຕັ້ງແຕ່ວັນເສົາທີ່ຜ່ານມາ.

ເບື້ອງຕົ້ນທາງລັດຖະບານໄດ້ປະເມີນເວລາຢ່າງໜ້ອຍ 4 ມື້ ໃນການຈັດທ້ຽວບິນໃຫ້ໄດ້ວັນໜຶ່ງຕໍ່ 100 ທ້ຽວບິນ ເພື່ອອົບພະຍົບນັກທ່ອງທ່ຽວຕ່າງຖິ່ນ ເຊິ່ງສ່ວນໃຫຍ່ແມ່ນຊາວຫວຽດນາມຈາກເມືອງອື່ນ ແຕ່ກໍ່ມີຊາວຕ່າງປະເທດທີ່ຕົກຄ້າງຈຳນວນໜຶ່ງ.

ທັງນີ້,​ ຫວຽດນາມຍັງຄົງປິດຊາຍແດນເພື່ອຢຸດຮັບນັກທ່ອງທ່ຽວຕ່າງຊາດ ຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ ເພື່ອຫຼຸດຄວາມສ່ຽງການແຜ່ກະຈາຍຂ້າມປະເທດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່.

ລັດຖະບານຫວຽດນາມບໍ່ໄດ້ເປີດເຜີຍຜົນການສອບສວນວ່າຕົ້ນຕໍຂອງເຊື້ອໄວຣັດໃນເມືອງດານັງມາຈາກສະຖານທີ່ແຫ່ງໃດ ແຕ່ທ່ານນາຍົກລັດຖະມົນຕີ ຫວຽນ ຊວນ ຟຸກ ມີຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຍົກລະດັບມາດຕະການກວດລ້າງຜູ້ທີ່ລັກລອບເຂົ້າເມືອງ.

ປັຸດຈຸບັນ,​ ຍອດຜູ້ປ່ວຍຕິດເຊື້ອສະສົມໂຣກໂຄວິດ-19 ມີຢ່າງໜ້ອຍ 420ຄົນ ຍັງເຫຼືອຮັກສາຕົວໃນໂຮງໝໍ 55ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...