Homeຂ່າວທ້ອງຖິ່ນເຄື່ອນຂະບວນແຫ່ພຣະເຈົ້າໄຊຍະເຊດຖາທິຣາດໄປປະດິດສະຖານຢູ່ແຂວງອັດຕະປື

ເຄື່ອນຂະບວນແຫ່ພຣະເຈົ້າໄຊຍະເຊດຖາທິຣາດໄປປະດິດສະຖານຢູ່ແຂວງອັດຕະປື

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ໃນເວລາ 7:30 ຂອງວັນທີ 27 ກໍລະກົດ 2020, ໄດ້ມີການເຄື່ອນຍ້າຍຂະບວນແຫ່ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ພ້ອມຊ້າງ ແລະ ພຣະພຸດທະຮູບ ອອກຈາກວັດພຣະທາດຫຼວງ ນະຄອນຫຼວງວຽງຈັນ ເພື່ອໄປປະດິດສະຖານ ຢູ່ແຂວງອັດຕະປື ໂດຍໄດ້ແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ ຮັບບໍລິຈາກ ຈາກມວນຊົນຊາວແຂວງບໍລິຄຳໄຊ.

ການເຄື່ອນຂະບວນ ແຫ່ພຣະເຈົ້າໄຊເຊດຖາທິຣາດ ຄັ້ງນີ້ ນຳພາໂດຍ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຊີ້ນຳວຽກງານວັດທະນະທຳ.

ພິທີໃສ່ບາດ ຖວາຍສັງຄະທານ ແດ່ພະສົງ-ສາມະເນນ ເນື່ອງໃນໂອກາດງານສະເຫຼີມສະຫຼອງ ຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຊົງຊ້າງ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2020 ນີ້, ຢູ່ທີ່ຫໍທຳມະສະພາ, ວັດພຣະທາດຫຼວງ, ນະຄອນ ຫຼວງວຽງຈັນ, ໂດຍມີ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ, ພ້ອມດ້ວຍ ບັນດາການຳພັກ-ລັດ, ທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ຈຳນວນຫຼວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ການຈັດງານບຸນໃນຄັ້ງນີ້ເພື່ອ ອຸທິດບຸນກຸສົນ ແລະ ສະແດງເຖິງ ຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບຸລຸດ ໂດຍສະເພາະພຣະເຈົ້າ ໄຊຍະເຊດຖາທິຣາດ ມະຫາຣາດ ວິລະກະສັດຜູ້ອົງອາດກ້າແກ່ນ,​ ພະອົງເປັນກະສັດອົງໜຶ່ງທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດບ້ານເມືອງ, ເປັນຜູ້ນຳພາສ້າງບ້ານແປງເມືອງ ເປັນຕົ້ນແມ່ນການສະຖາປະນານະຄອນຫຼວງວຽງຈັນ ເປັນນະຄອນຫຼວງຂອງປະເທດ, ສ້າງພະທາດຫຼວງວຽງຈັນ, ພະພຸດທະຮູບ, ວັດວາອາຣາມ ແລະ ສະຖານບູ ຮານຕ່າງໆທີ່ເປັນພື້ນຖານທາງ ດ້ານວັດທະນະທຳຂອງປະເທດ ຊາດ ແລະ ພຸດທະສາສະໜາ ສືບທອດມາເຖິງທຸກວັນນີ້, ເຊິ່ງຄົນຮຸ່ນໜຸ່ມ ຈະໄດ້ສຶກສາຮຽນຮູ້, ປົກປັກ ຮັກສາ ແລະ ເສີມຂະຫຍາຍຕໍ່ໄປ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...