spot_img
Homeຂ່າວທ້ອງຖິ່ນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ ໄປວັດພະທາດຫຼວງ ກຽມສົ່ງໄປແຂວງອັດຕະປື

ແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ ໄປວັດພະທາດຫຼວງ ກຽມສົ່ງໄປແຂວງອັດຕະປື

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 21 ກໍລະກົດ 2020, ທີ່ນະຄອນຫຼວງວຽງຈັນ ມີຂະບວນຄູບາ, ອາຈານ ແລະ ພະສົງ ລວມທັງອະດີດປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ມວນຊົນນັບຮ້ອຍຄົນ ໄດ້ຮ່ວມຂະບວນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດມະຫາຣາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ໄປຍັງຫໍທຳມະສະພາ ວັດພະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ, ເພື່ອດຳເນີນການສະເຫຼີມສະຫຼອງຮູບປັ້ນ ໃນລະຫວ່າງ ວັນທີ 21-25 ກໍລະກົດ ແລະ ຈະໄດ້ນໍາສົ່ງໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິຣາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື.

ຕະຫຼອດ 5 ວັນດັ່ງກ່າວ, ຈະມີງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າ ໄຊເຊດຖາທິຣາດ ມະຫາຣາດ ພ້ອມທັງຮັບຟັງສູດປະຣິຕະມຸງຄຸນ, ຟັງທຳມະເທດສະໜາປາຣະມີ 30 ທັດ ເສີມບຸນປາຣະມີ ຈາກພະສົງ 39 ອົງ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ຟັງທຳມະເທດສະໜາ. ສ່ວນໃນຕອນເຊົ້າວັນທີ 26 ກໍລະກົດ ຈະມີພິທີຕັກບາດຖວາຍທານ ແດ່ພະສົງ 39 ອົງ. ຈາກນັ້ນ, ຈະມີພິທີຂະບວນ ເຄື່ອນຮູບຫລໍ່ພະເຈົ້າໄຊເຊດຖາທິຣາດ ມະຫາຣາດ ອອກຈາກນະຄອນຫຼວງວຽງຈັນ ໂດຍຜ່ານ ແຂວງຕ່າງໆເປັນຕົ້ນ ແຂວງບໍລິຄຳໄຊ ໃນວັນທີ 27, ແຂວງຄຳມ່ວນ ໃນວັນທີ 28, ແຂວງສະຫວັນນະເຂດ ໃນວັນທີ 29, ແຂວງຈຳປາສັກ ໃນວັນທີ 30 ກໍລະກົດ 2020 ເຊິ່ງແຕ່ລະແຂວງ ຈະປະກອບພິທີບຳເພັນບຸນ 1 ວັນ, ສ່ວນວັນທີ 31 ກໍລະກົດ ຂະບວນແຫ່ດັ່ງກ່າວ ຈະຮອດແຂວງອັດຕະປື ຈາກນັ້ນຈະມີພິທີຍົກພະໄຊຍະເຊດຖາທິຣາດມະຫາຣາດ ປະດິດສະຖານໄວ້ທີ່ ພະແທ່ນອະນຸສາວະລີ.

ທ່ານ ອຸນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຊົງປະທັບຊ້າງ ປະທານພອນ ທີ່ຫລໍ່ດ້ວຍທອງເຫຼືອງເນື້ອບໍລິສຸດ, ມີນໍ້າໜັກ 18 ໂຕນ, ຄວາມສູງ 9 ແມັດ ແລະ ມູນຄ່າກໍ່ສ້າງປະມານ 39 ຕື້ກີບ. ອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ວິລະກຳຂອງພະເຈົ້າໄຊເຊດຖາທິຣາດມະຫາຣາດ ທີ່ໄດ້ນຳພາໃນການຕໍ່ສູ້ ແລະ ປົກປັກຮັກສາອານາຈັກລ້ານຊ້າງ ໃນເວລານັ້ນ, ທັງເປັນການເຊີດຊູກຽດສັກສີ ຂອງວີລະກະສັດລາວລ້ານຊ້າງ ຜູ້ສະຫຼຽວສະຫຼາດອົງອາດກ້າແກ່ນມີຄວາມປີຊາສາມາດ ເປັນແວ່ນແຍງອັນໃສແຈ້ງແກ່ລູກຫຼານ ໄດ້ສຶກສາຫາຄວາມຮູ້ ແລະ ຮໍ່າຮຽນເອົາເປັນແບບຢ່າງ.

 

ຮຽບຮຽງຂ່າວ: ​ພຸດສະດີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...