spot_img
Homeຂ່າວຕ່າງປະເທດIS ບຸກສັງຫານຊາວຊີອະ ຮອບນະຄອນຫລວງແບັກແດັດ ເສຍຊີວິດກ່ວາ 50 ຄົນ!

IS ບຸກສັງຫານຊາວຊີອະ ຮອບນະຄອນຫລວງແບັກແດັດ ເສຍຊີວິດກ່ວາ 50 ຄົນ!

Published on

717874

 

ກຸ່ມ IS ອອກອາລະວາດ ບຸກສັງຫານຊາວຊີອະ ຮອບນະຄອນຫລວງແບັກແດັດ ໃນຂະນະທີ່ທາງການອີຣັກປະກາດຮັບ

ສະໝັກທະຫານ ເພື່ອກຽມປະກາດສົງຄາມຕ້ານ.

 

ສື່ຕ່າງປະເທດລາຍງານ ໃນວັນທີ 17 ຕຸລານີ້ວ່າ ກຸ່ມກໍ່ການຮ້າຍລັດອິດສະລາມ ຫຼື IS ຍັງຄົງກໍ່ເຫດຮຸນແຮງຢ່າງຕໍ່ເນື່ອງ

ໂດຍລ່າສຸດເມື່ອມື້ວານນີ້ (16 ຕຸລາ) ກອງກຳລັງດັ່ງກ່າວ ໄດ້ບຸກໂຈມຕີເຂົ້າເຂດທີ່ພັກອາໄສຮອບເມືອງແບັກແດັດ ໂດຍ

ມີເປົ້າໝາຍເພື່ອສັງຫານຊາວມຸດສະລິມນິກາຍຊີອະ ເຮັດໃຫ້ມີຜູ້ບາດເຈັບນັບສິບຄົນ ແລະ ເສຍຊີວິດອີກປະມານ 50

ຄົນ.  ທັງນີ້ ທາງການອິຣັກກ່າວວ່າ ກຸ່ມ IS ໄດ້ອອກມາສະແດງຕົນເປັນຜູ້ກໍ່ເຫດຄວາມຮຸນແຮງດັ່ງກ່າວ ໂດຍໃນຂະນະ

ດຽວກັນນັ້ນ ທາງການຂອງອີຣັກ ກໍໄດ້ມີການເປີດຮັບສະໝັກເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຈຳນວນຫລວງຫລາຍ

ເພື່ອກຽມຮັບມືກັບກຸ່ມກໍ່ການຮ້າຍ IS ໂດຍໃນນັ້ນ ຜູ້ສະໝັກນັບພັນກ່ວາຄົນ ຫລາຍກ່ວາເຄິ່ງໜຶ່ງແມ່ນເປັນຊາວບ້ານ

ທີ່ມີຄວາມຄຽດແຄ້ນຊິງຊັງຕໍ່ກຸ່ມ IS.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...