Homeຂ່າວຕ່າງປະເທດຕະລຶງ! ແມງມູມຂຸດຜົ້ງຍາວ ໃຕ້ຜິວໜັງໜຸ່ມອົດສະຕາລີ ກ່ວາ 2 ມື້!

ຕະລຶງ! ແມງມູມຂຸດຜົ້ງຍາວ ໃຕ້ຜິວໜັງໜຸ່ມອົດສະຕາລີ ກ່ວາ 2 ມື້!

Published on

z-3_36

 

ແມງມຸມຝັງຕົວໃຕ້ຜິວໜັງນັກທ່ອງທ່ຽວຊາວອົດສະຕາລີກ່ວາ 2 ມື້ ຂຸດຜົ້ງໃນຊັ້ນຜິວໜັງເປັນທາງຍາວຈົນເກີດອາການ

ອັກເສບ ແລະ ໂພງຂຶ້ນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 17 ຕຸລານີ້ວ່າ ທ້າວ ດີແລນ ໂທມັສ ໜຸ່ມຊາວອົດສະຕາລີ ອາຍຸ 21 ປີ ໄດ້ໄປພັກ

ຜ່ອນຢູ່ເທິງເກາະບາຫລີ ປະເທດອິນໂດເນເຊຍກັບໝູ່ຂອງລາວ ໃນໄລຍະອາທິດທີ່ຜ່ານມາ ພາຍຫລັງຕື່ນຂຶ້ນມາໃນຕອນ

ເຊົ້າ ເຂົາເອງໄດ້ພົບວ່າ ໜ້າທ້ອງຂອງເຂົາມີຮອຍແດງອັກເສບເປັນທາງຍາວ ແລະ ຄ່ອຍໆຄືບຂະຫຍາຍເປັນແນວຍາວ

ອອກໄປເລື້ອຍໆ ຕັ້ງແຕ່ສາຍບືຈົນມາເຖິງກາງເອິກ ເຮັດໃຫ້ເຂົາຕັດສິນໃຈໄປພົບແພດທີ່ໂຮງໝໍເທິງເກາະບາຫລີ ໃນວັນ

ທີ 12 ຕຸລາ 2014 ທີ່ຜ່ານມາ ເຊິ່ງໄດ້ຮັບການບົ່ງມະຕິວ່າ ເປັນພຽງແຜທີ່ເກີດຈາກການຖືກແມງມູມກັດເທົ່ານັ້ນ ໂດຍໄດ້

ຮັບແກ້ແພ້ຄືນມາທາ.

 

z-2_54

 

ແຕ່ໃນຕອນເຊົ້າຂອງມື້ຕໍ່ມາອີກ ອາການອັກເສບກໍຍັງປົກກະຕິ ພ້ອມກັບມີຕຸ່ມໃສໆໂພງຂຶ້ນມາຕາມແນວຮອຍແດງ

ເຮັດໃຫ້ ທ້າວ ດີແລນ ໄປຫາໝໍອີກເທື່ອໜຶ່ງ ເຊິ່ງເທື່ອນີ້ຈິ່ງໄດ້ຮັບການກວດຢ່າງລະອຽດຈົນພົບກັບສາເຫດທີ່ຕົກຕະລຶງ

ເພາະຜິວທີ່ແດງໂພງຂຶ້ນເປັນທາງຍາວດັ່ງກ່າວນີ້ ແມ່ນເກີດຈາກມີແມງມຸມໂຕນ້ອຍໆ ຂະໜາດເທົ່າກັບຫົວໄມ້ຂີດໄຟ

ຝັງຕົວຢູ່ໃນຜິວໜັງ ແລະ ມັນໄດ້ຂຸດຜົ້ງໄປເລື້ອຍໆຈົນເກີດເປັນທາງຍາວຢ່າງທີ່ເຫັນ, ຢ່າງໃດກໍຕາມ ແພດໄດ້ຄີບເອົາ

ໂຕແມງມຸມດັ່ງກ່າວອອກມາໄດ້ຢ່າງປອດໄພ.

 

z-1_72

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...