spot_img
Homeຂ່າວພາຍ​ໃນຢາກຮູ້ລາຄາຕ້ອງ inbox, ເພື່ອ...?

ຢາກຮູ້ລາຄາຕ້ອງ inbox, ເພື່ອ…?

Published on

ເວລາສົນໃຈສິນຄ້າທີ່ໂພສຂາຍທາງອອນລາຍໃຜໆກໍຢາກຮູ້ລາຄາກ່ອນ ເມື່ອບໍ່ເຫັນລາຍລະອຽດລາຄາ ແນ່ນອນຜູ້ຊື້ກໍຕ້ອງຄອມເມັນຖາມຢູ່ກ້ອງໂພສ ແຕ່ເຊື່ອວ່າຫຼາຍກວ່າ 80% ແມ່ນຫງາຍເງີບກັບຄຳຕອບຈາກພໍ່ຄ້າແມ່ຄ້າວ່າ ດຽວ “Inbox”ຫຼື ຝາກເບີໂທໄວ້ແລ້ວຈະມີພະນັກງານຕິດຕໍ່ກັບ”.

ຜູ້ຂາຍບາງຄົນຄິດວ່າການເປີດເຜີຍລາຄາແບບໂປ່ງໃສເປັນເລື່ອງບໍ່ດີສຳລັບການຂາຍໃນຍຸກນີ້ ເພາະຖ້າເປີດເຜີຍລາຄາກ່ອນກໍຍິ່ງຈະເຮັດໃຫ້ຄົນຈຳນວນຫຼາຍຕົກໃຈກັບລາຄາແລ້ວບໍ່ກັບມາອີກ ຫຼື ລູກຄ້າພຽງແຕ່ຢາກຮູ້ລາຄາແລ້ວກໍໄປສົມທຽບກັບລາຄາຮ້ານອື່ນທີ່ຕໍ່າກວ່າ ອີກດ້ານໜຶ່ງຄົນຂາຍກໍຄິດວ່າຕົນເອງຍັງບໍ່ທັນມີໂອກາດສະແດງໃຫ້ລູກຄ້າເຫັນສັກກາຍະພາບຂອງສິນຄ້າທີ່ໂດດເດັ່ນກວ່າຮ້ານຄ້າທີ່ຂາຍໃນລາຄາຖືກ ຫຼື ໜັກກວ່ານັ້ນກໍແມ່ນ ຫຼີກລ່ຽງຈາກລູກຄ້າຈຳພວກ “ຖາມແລ້ວບໍ່ເອົາ”.

Inbox for pork prices

ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ, ແຕ່ລູກຄ້າຊໍ້າພັດຢາກຮູ້ລາຄາກ່ອນ ຫຼື ຢາກໃຫ້ຜູ້ຂາຍເປີດເຜີຍລາຄາໄວ້ ໂດຍບໍ່ຈຳເປັນລໍຖ້າຄຳຕອບທາງຂໍ້ຄວາມ ຫຼື “Inbox” ເຊິ່ງຖືວ່າຊັກຊ້າເສຍເວລາ ເພາະລູກຄ້າຫຼາຍຄົນກໍສົນໃຈໃນສິນຄ້ານັ້ນໆແທ້ ສິ່ງສຳຄັນກໍແມ່ນ ລູກຄ້າຕ້ອງການຄວາມໂປ່ງໃສ ເຊິ່ງສະແດງເຖິງຄວາມຊື່ສັດຂອງຜູ້ຂາຍ ນັ້ນກໍຄື ການເປີດເຜີຍເລື່ອງລາຄາໄວ້ລ່ວງໜ້າແລະ ບໍ່ປ່ຽນແປງຕາມສິ່ງທີ່ຕົນເຫັນວ່າ ລູກຄ້າສາມາດຈ່າຍໄດ້.

ການເປີດເຜີຍລາຄາແບບໂປ່ງໃສແມ່ນມີຄວາມສຳຄັນ ເນື່ອງຈາກລູກຄ້າຈະໄດ້ຮັບຮູ້ແບບທັນໃຈ ທັງຕັດສິນໃຈໄດ້ໄວ ແລະ ບໍ່ເສຍເວລາຕ້ອງລໍຖ້າຄຳຕອບທາງຂໍ້ຄວາມ ທັງເຮັດໃຫ້ລູກຄ້າເຂົ້າເຖິງມູນຄ່າສິນຄ້າຕາມຄວາມຕ້ອງການຕາມຄວາມສາມາດທີ່ຕົນຊື້ໄດ້ ແລະ ຜູ້ຂາຍຄວນກຳນົດລາຄາຕາມສິ່ງທີ່ຕົນເຊື່ອວ່າ ບໍລິການນັ້ນມີຄ່າແລະ ບໍ່ຕ້ອງຢ້ານອີກວ່າລາຄານັ້ນຈະຖືກ ຫຼື ແພງສຳລັບລູກຄ້າ ຖ້າຜະລິດຕະພັນນັ້ນມີຄຸນນະພາບສົມກັບໂຄສະນາທີ່ວ່າໄວ້.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...