spot_img
Homeຂ່າວທ້ອງຖິ່ນລະວັງແອັບ ຟິນໂກ ທຸລະກິດແຊລູກໂຊ້ແບບໃໝ່ ທີ່ຈະເຮັດໃຫ້ສັງຄົມຕົກເປັນເຫຍື່ອ.

ລະວັງແອັບ ຟິນໂກ ທຸລະກິດແຊລູກໂຊ້ແບບໃໝ່ ທີ່ຈະເຮັດໃຫ້ສັງຄົມຕົກເປັນເຫຍື່ອ.

Published on

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນເດືອນມີນາ 2020 ໄດ້ມີການສ້າງເພສ Shopping online By Fingo ຂື້ນເພື່ອໂຄສະນາໃຫ້ປະຊາຊົນທີ່ຕ້ອງການລາຍຮັບເສີມແບບງ່າຍໆ ສະເລ່ຍລາຍຮັບສາມແສນ ຫາ ຫ້າແສນກີບ ຕໍ່ມື້ ສາມາດເຮັດວຽກໄດ້ທຸກເພດ-ທຸກໄວ; ເຮັດວຽກໄດ້ທຸກສະຖານທີ່-ທຸກເວລາ ພຽງແຕ່ມີສັນຍານອິນເຕີເນັດ. ພາຍຫລັງທີ່ມີຜູ້ສົນໃຈສະໝັກເຂົ້າກຸ່ມແລ້ວ ແມ່ນໄດ້ມີການສອນການຂາຍໃນລະບົບອອນລາຍ ຜ່ານກຸ່ມສະເພາະ ໂດຍສະມາຊິກທຸກຄົນຕ້ອງອັບເກດຕົນເອງ ມາຊື້ສິນຄ້າ 1.599 ບາດ (ປະມານ 5 ແສນກີບ) ແລະ ຊັກຊວນໝູ່ເພື່ອນທີ່ຮູ້ຈັກມາສະໝັກສະມາຊິກ ແລະ ຊື້ສິນຄ້າຕໍ່ຜ່ານແອັບຂອງຕົນທີ່ດາວໂຫຼດໄວ້ແລ້ວນັ້ນ ຈຶ່ງຈະສາມາດສ້າງລາຍຮັບໃຫ້ຕົນເອງໄດ້, ຕໍ່ມາໄດ້ມີ ເພຈ ຮັບສະໝັກພະນັກງານເຂົ້າເຮັດວຽກ. 

ປະເທດລາວ ແລະ ມີຜູ້ໃຊ້ເຟສບຸກຈໍານວນໜຶ່ງ ໄດ້ໂພສຂ່າວ ແລະ ຮູບພາບການສົນທະນາ ລະຫວ່າງ ສະມາຊິກຄົນໜຶ່ງ ທີ່ສົ່ງຂໍ້ຄວາມມາຊັກຊວນໃຫ້ເຂົ້າຮ່ວມກຸ່ມດັ່ງກ່າວ ເພື່ອເຕືອນສະຕິໃຫ້ແກ່ຜູ້ທີ່ພວມຕັດສິນໃຈເຂົ້າຮ່ວມກຸ່ມ ໂດຍບອກວ່າ ນີ້ຄືທຸລະກິດແຊລູກໂສ້ ທີ່ພວມເປັນຄະດີຄວາມ ແລະ ມີການຮ້ອງຟ້ອງກັນຫຼາຍໃນໄລຍະຜ່ານມາ, ເຊິ່ງລັກສະນະດັ່ງກ່າວແມ່ນເປັນທຸລະກິດແຊລູກໂຊ້ແບບໃໝ່ໂດຍບໍ່ມີການຈົດທະບຽນວິສາຫະກິດທີ່ຖຶກຕ້ອງຕາມກົດໝາຍ, ອາດເປັນບັນຫາສັງຄົມ-ປະກົດການຫຍໍ້ທໍ້ໃນຕໍ່ໜ້າ. ສະນັ້ນ ຈຶ່ງເຕືອນປະຊາຊົນຢ່າງຫຼົງເຊື່ອ ແລະ ເຂົ້າຮ່ວມທຸລະກິດນີ້ ຢ່າງເດັດຂາດ, ໂດຍ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ພວມຕິດຕາມ ແລະ ຈັບຕົວຜູ້ຢູ່ເບື້ອງຫຼັງເຄືອຂ່າຍທຸລະກິດມາດຳເນີນຄະດີ.

ກົມສື່ມວນຊົນ ໄດ້ເປີດເຜີຍລາຍລະອຽດ ຂອງແອັບ ຟິນໂກ ໃຫ້ຮູ້ວ່າ: Fingo App ເປັນແອັບຊື້-ຂາຍເຄື່ອງແບບອອນລາຍ ໂດຍການຊັກຊວນກັນເຂົ້າກຸ່ມ ດາວໂຫຼດແອັບ ເພື່ອຊື້-ຂາຍເຄື່ອງຢູ່ໃນແອັບ ດ້ວຍວິທີການສະໝັກສະມາຊິກ ໂດຍການດາວໂຫຼດ Applications ແລະ ຊື້ສິນຄ້າຜ່ານແອັບເລີ່ມຕົ້ນ ປະມານ 280.000ກີບ ຕໍ່ 1 ຄົນ ເພື່ອເຂົ້າເປັນສະມາຊິກຊື້ເຄື່ອງໃນລາຄາໂຮງງານ. ແຕ່ຖ້າຢາກອັບເກຣດ ເປັນຜູ້ຂາຍ ແລະ ມີລາຍຮັບຈາກການຊື້ ຂອງສະມາຊິກຕໍ່ໄປຈະຕ້ອງຊື້ເຄື່ອງ ປະມານ 450.000 ກີບ ໂດຍຈະໄດ້ຮັບລາຍໄດ້ຈາກການສະໝັກສະມາຊິກຂອງລູກຄ້າທີ່ເຮົາຊັກຊວນເຂົ້າກຸ່ມ 112.500 ກີບ ຕໍ່ 1 ຄົນ ແລະ ຖ້າມີລູກຄ້າຊື້ເຄື່ອງຜ່ານແອັບທີ່ຕົນເອງດາວໂຫຼດ ກໍ່ຈະໄດ້ 10-15% ຕໍ່ 1 ບິນ. ໂດຍລວມແລ້ວ ສາມາດເອີ້ນໄດ້ວ່າເປັນທຸລະກິດແຊລູກໂສ້.

Fingo App ເລີ່ມມີການໂຄສະນາ ຊັກຊວນກັນຫຼາຍໃນປະເທດໄທ ໂດຍໃຊ້ຊື່ວ່າ Fingo Thailand ໂດຍເລີ່ມສ້າງເພຈດັ່ງກ່າວຂື້ນໃນປີ 2013 ຕໍ່ມາໄດ້ມີການສ້າງເພຈໂຄສະນາໃນ ສປປ ລາວ ແລະ ເລີ່ມໂຄສະນາໃຫ້ປະຊາຊົນລາວ ເຂົ້າຮ່ວມກຸ່ມໃນຕົ້ນເດືອນ ມີນາ 2020 ພາຍໃຕ້ຊື່ Shopping online By Fingo. ໂດຍຈະມີການຊັກຊວນເຂົ້າກຸ່ມລັບ ເພື່ອສອນການຂາຍໃຫ້ສະມາຊິກທີ່ເຂົ້າກຸ່ມໃໝ່ ໃນເວລາ 18:00 ຂອງທຸກມື້ ຜ່ານກຸ່ມສະເພາະ ສອນໂດຍແອດມິນກຸ່ມໃນປະເທດໄທ ເຮັດໃຫ້ມີປະຊາຊົນຫຼົງເຊື່ອ ແລະ ມີຄົນຕົກເປັນເຫຍື່ອຈຳນວນຫຼາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...